GDP ​ເຂດ​ອາຊີ​ປາຊີ​ຟິກຈະ​ເຕີບ​ໂຕ 5,7%
2017-04-07 15:18:49  cri 

ທະນາຄານ​ພັດທະນາ​ອາຊີ ຫຼື ADB ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ "​ແລ​ມອງ​ການ​ພັດທະນາ​ຂອງ​ອາຊີ​ປີ 2017" ​ໂດຍ​ຄາດ​ຄະ​ເນ​ວ່າ, ປີ​ນີ້​ແລະ​ປີໜ້າ GDP ​ເຂດ​ອາຊີປາຊີ​ຟິກຈະ​ເຕີບ​ໂຕ 5,7% ​ເຊິ່ງ​ໄດ້​ປັບ​ລົງ​ເລັກ​ໜ້ອຍ​ເມື່ອ​ທຽບ​ໃສ່ປີ 2016 ທີ່​ເຕີບ​ໂຕ 5,8%​.

ບົດ​ລາຍ​ງານ​ລະບຸ​ວ່າ: ຈາກ​ບົດບາດ​ຊຸກຍູ້​​ຄວາມ​ຕ້ອງການ​ພາຍ​ນອກ​ເພີ່ມ​ຂຶ້ນ, ລາຄາ​ສິນຄ້າລາຍ​ໃຫຍ່​ໃນ​ຕະຫຼາດ​ໂລກ​ສູງ​ຂຶ້ນ ​ແລະ ການ​ປະຕິ​ຮູບ​ພາຍ​ໃນ​ປະ​ເທດ, ​ເສດຖະກິດ​ຂອງປະ​ເທດ​ໃນ​ອາຊີ 2/3 ຈະ​ເຕີບ​ໂຕ​ໄວ​ຂຶ້ນ ​ແລະ​ສືບ​ຕໍ່​ເປັນ​ເຂດໃຫຍ່​ທີ່​ສຸດ​ທີ່​ປະກອບສ່ວນ​ ​ຕໍ່​ເສດຖະກິດ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ