ເຂດ​ຕິ​ເບ​ດ​ເລີ່​ມຂະຫຍາຍຕາໜ່າງ​​ໄຟຟ້າ​ຢູ່​ລະດັບ​ໜ້າ​ນ້ຳ​ທະ​ເລສູງ​ສຸດ​ໃນ​ໂລກ
2017-04-07 17:47:44  cri 

​ໂຄງການ​ຂະຫຍາຍຕາໜ່າງໄຟຟ້າພາກ​ກາງ​ເຂດ​ຕິ​ເບ​ດ ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ຕາໜ່າງ​ໄຟຟ້າ​ເຂດດັ່ງກ່າວດ້ວຍການ​ລົງທຶນ 16 ຕື້ 200 ລ້ານ​ຢວນນັ້ນ ​ໄດ້​ເລີ່​ມລົງມື​ປະຕິບັດແລ້ວ​ໃນ​ວັນ​ທີ 6 ​ເມສາ​ນີ້ ​ແລະນີ້​ແມ່ນ​ໂຄງການສາຍ​ສົ່ງ​ໄຟຟ້າຢູ່​ເຂດ​ພູ​ພຽງ​ທີ່​ລະດັບ​ໜ້າ​ນ້ຳ​ທະ​ເລ​ສູງ​ສຸດ ​ແລະ ລະ​ດັບ​ໜ້າ​ນ້ຳ​ທະ​ເລ​ກໍ​ແຕກ​​ໂຕນ​ກັນຫຼາຍທີ່​ສຸດ​ໃນ​ໂລກ ​ໂດຍ​ຈະເຊື່ອມຕໍ່ໂຄງການ​ຕາໜ່າງ​ ໄຟຟ້າ​ເຂດ​ຕິ​ເບ​ດ-​ແຂວງ​ຊິ່ງ​ໄຫ ​ແລະ ​ໂຄງການ​ຕາໜ່າງ​ໄຟຟ້າ​ແຂວງ​ເສ​ສວນ-​ເຂດ​ຕິ​ເບ​ດ​​ຕໍ່​ເຂົ້າກັນ ແລະຫຼັງສຳ​ເລັດ​ການ​ກໍ່ສ້າງ ກໍຈະສາມາດ​ຕອບ​ສະໜອງພະລັງງານ​ໄຟຟ້າ​​ຕາມ​ຄວາມ​ຕ້ອງການ​​ຢູ່​ພາກ​ກາງ​ເຂດ​ຕິ​ເບ​ດ.

​ໂຄງການ​ດັ່ງກ່າວ​ຕັ້ງຢູ່​ພາກ​ກາງ ​ແລະ ພາກ​ຕາ​ເວັນ​ອອກ​ເຂດ​ພູ​ພຽງ​ຊິ່ງ​ໄຫ-ຕິ​ເບ​ດ ລະດັບ​ໜ້າ​ນ້ຳ​ທະ​ເລ​ສະ​ເລ່ຍຕາມ​ເຂດ​ດຳ​ເນີນ​ໂຄງການ​ສູງ​ກວ່າ 4.000 ​ແມັດ​. ​ເມື່ອ​ສຳ​ເລັດ​ການ​ກໍ່ສ້າງ​ແລ້ວ ຈະ​ເປັນຕາໜ່າງສາຍສົ່ງ​ໄຟຟ້າ​ 500 ກິ​ໂລ​ໂວ​ນ ​ແລະ ​ເປັນສະຖານີ​ຈ່າຍ​ໄຟຟ້າ 500 ກິ​ໂລ​ໂວ​ນ ທີ່​ລະດັບ​ໜ້າ​ນ້ຳ​ທະ​ເລ​ສູງ​ສຸດ​ໃນ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ