ກຸ່ມ​ເສດ​ຖະກິດ​ທີ່​ພວມ​ພັດທະນາ​​ໃນອາຊີ​ໄດ້​ປະກອບ​ສ່ວນ​ເຮັດ​ໃຫ້ເສດຖະກິດ​ໂລກ​ເຕີບ​ໂຕ​ເຖິງ 60%
2017-04-07 11:22:46  cri 
ວັນ​ທີ 6 ​ເມສາ​ນີ້ ຢູ່​ນະຄອນຫຼວງ​ມະ​ນີລາ​ປະ​ເທດ​ຟີ​ລິບ​ປິນ, ທະນາຄານ​ພັດທະນາ​ອາຊີ​ຫຼື ADB ​ໄດ້​ເຜີຍ​ແຜ່ບົດ​ລາຍ​ງານ​ ​ "ເບິ່ງການ​ພັດທະນາ​ອາຊີ​ປີ 2017" ​ໂດຍ​ຊີ້​​ໃຫ້​ເຫັນວ່າ: ຈາກ​ການ​ທີ່​ຄວາມ​ຕ້ອງການ​ພາຍ​ນອກ​ແຂ​ງ​ແຮງ, ລາຄາ​ສິນຄ້າ​ລາຍ​ໃຫຍ່​ຂອງ​ໂລກ​ສູງ​ຂຶ້ນ​ແລະ​ການ​ປະຕິ​ຮູບ​ພາຍ​ໃນ​ປະ​ເທດທີ່​ເຂັ້ມ​ແຂງ​ນັ້ນ​ລ້ວນ​ແຕ່​ເຮັ​ດ​ໃຫ້ການ​ປະກອບສ່ວນ​ຂອງ​ກຸ່ມ​ເສດຖະກິດ​ທີ່​ພວມ​ພັດທະນາ​​ໃນ​ອາຊີບັນລຸການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​​ເຖິງ 60%.

​ແນ​ວ​ໃດ​ກໍ​ດີ, ບົດ​ລາຍ​ງານຍັງ​ຄາດ​ຄະ​ເນວ່າ: ​ໃນ​ປີ​ນີ້​ແລະ​ປີໜ້າ ຄວາມ​ໄວ​ໃນ​ການ​ເຕີບ​ໂຕທາງ​​ເສດຖະກິດ​ຂອງ​ກຸ່ມ​ເສດຖະກິດ​ທີ່​ພວມ​ພັດທະນາ​​ໃນອາຊີ​ລ້ວນ​ແຕ່​ຈະຢູ່​ໃນ​ລະດັບ 5,7%  ​ເຊິ່ງຕ່ຳ​ກວ່າປີ 2016 ທີ່ບັນລຸ​ໃນ​ລະດັບ 5,8%.

ຂະນະ​ດຽວ​ກັນ, ບົດ​ລາຍ​ງານ​ຍັງ​ໄດ້ຊີ້​ຕື່ມ​ວ່າ: ການເພີ່ມ​ດອກ​ເບັ້ຍຂອງສະຫະພັນຄັງ​ສຳຮອງ​ເງິນຕາ​ອາ​ເມ​ລິ​ກາຫຼື ​ເຟດ ​​ແມ່ນ​ໜຶ່ງ​ໃນ​ປັດ​ໄຈ​ສ່ຽງ​ທີ່​ຈະ​ກະທົບ​ຕໍ່​ຄວາມ​ສົດ​ໃສ​ຂອງ​ເສດຖະກິດ​ອາຊີ​ໃນ​ອະນາຄົດ, ​ແຕ່​ອາ​ເມ​ລິ​ກາຈະ​ຮັດ​ກຸມ​ນະ​ໂຍບາຍ​ເງິນຕາ​ໃນ​ຮູບ​ແບບຄ່ອຍ​ເປັນ​ຄ່ອຍ​ໄປ ​ເຊິ່ງຈຸດນີ້ຈະ​ເຮັດ​ໃຫ້ກຸ່ມ​ເສດຖະກິດ​ອາຊີ​ມີ​ເວລາກະ​ກຽມ​​ຮັບ​ມື​ໄດ້ຢ່າງ​ພຽງພໍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ