ADB ຊີ້: ການ​ບໍລິ​ໂພ​ກຈະ​ສືບ​ຕໍ່​ຊຸກຍູ້ເສດຖະກິດ​ຈີນ​ເຕີບ​ໂຕ
2017-04-07 11:23:31  cri 
ທະນາຄານ​ພັດທະນາອາຊີ​ຫຼື ADB ​ໄດ້​ເຜີຍ​ແຜ່ "​ເບິ່ງ​ການ​ພັດທະນາ​ຂອງ​ອາຊີ​ປີ 2017" ​ໃນ​ວັນ​ທີ 6 ​ເມສາ​ນີ້​ຢູ່​ນະຄອນຫຼວງ​ມະ​ນີລາ​ປະ​ເທດ​ຟີ​ລິ​ບປິນ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ຈີນ​ພວມ​ເລັ່ງຊຸກຍູ້​ການ​ປະຕິ​ຮູບໂຄງ​ປະກອບ​​ເສດຖະກິດ​ໂດຍການ​ບໍລິ​ໂພ​ກຈະ​ສືບ​ຕໍ່​ກາຍ​ເປັນ​ສິ່ງ​ທີ່​ຊຸກຍູ້ເສດຖະກິດ​ຈີນ​ໃນ​ປີ 2017 ​ໃຫ້​ເຕີບ​ໂຕຢ່າງ​ໝັ້ນ​ທ່ຽງ.

ບົດ​ລາຍ​ງານ​ຊີ້​ໃຫ້ເຫັນ​ວ່າ: ປີ 2016, ຈີນ​ບັນລຸມູນ​ຄ່າ​ການ​ລົງທຶນ​ຢູ່​ຕ່າງປະ​ເທດ​ເຖິງ 211 ຕື້​ໂດ​ລາ​ສະຫະລັດ ​ເຊິ່ງລື່ນຍອດ​ມູນ​ຄ່າ​ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ຢູ່​ຈີນ​ເປັນ​ຄັ້ງ​ທຳ​ອິດ.

ທ່ານ ຢາ​ຊຸ​ຢຸກີ ຊາ​ວະ​ດາ ນັກ​ເສດຖະສາດ​ຜູ້​ທີ​ໜຶ່ງ​ຂອງ​ທະນາຄານ​ພັດທະນາ​ອາຊີ​ກ່າວ​ວ່າ: ​ເສດຖະກິດ​ຈີນ​ພວມ​ພະຍາຍາມ​ຫັນ​ໄປ​ສູ່ຮູບ​ແບບ​ຂະ​ແໜງ​ການ​ການ​ບໍລິ​ໂພ​ກ​ແລະ​ການ​ບໍລິການ. ການ​ໃຊ້​ຈ່າຍ​​ໃນການ​ບໍລິ​​ໂພ​ກ​ທີ່​ເຂັ້ມ​ແຂງ​, ກາ​ນກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​ສະໜັບສະໜູນ​ໂດຍ​ງົບປະມານ​ຂອງລັດ ​ແລະ ການ​ປະຕິ​ຮູບໂຄງ​ປະກອບ​​ເສດຖະກິດຈະ​ຍົກ ​ສະມັດ​ຕະພາບ​ການ​ຜະລິດອຸດສາຫະກຳ​ໃຫ້​ສູງ​ຂຶ້ນ ​​ແລະ ສ້າງ​ພື້ນຖານ​ໃຫ້​ແກ່​ເສດຖະກິດ​ຈີນ​ໄດ້​ຢ່າງ​ໜັກ​ແໜ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ