ຈີນຍູ້​ຄົງ​ເປັນ​ປະ​ເທດ​ຄູ່​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ມາ​ເລ​ເຊຍ
2017-04-07 15:50:11  cri 
ກະຊວງ​ອຸດສາຫະກຳ​ແລະ​ການ​ຄ້າ​ສາກົນ​ມາ​ເລ​ເຊຍ​ໄດ້​ເຜີຍ​ແຜ່​ຕົວ​ເລກ​ການ​ຄ້າ​ຫຼ້າ​ສຸດວ່າ​: ​ໃນ 2 ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້, ການ​ສົ່ງ​ອອກສິນຄ້າ​ຂອງ​ປະ​ເທດ​ຕົນ​ມາຈີນ​ໄດ້​ເພີ່ມ​ຂຶ້ນ 47,6% ​ເຊິ່ງບັນລຸ​ມູນ​ຄ່າ​​ເຖິງ 9 ຕື້ 600 ລ້ານຣິງກິດຫຼືປະມານ 2 ຕື້ 165 ລ້ານ​ໂດ​ລາ​ສະຫະລັດ. ຈາກ​ນີ້​ຈຶ່ງ​ເຮັດ​ໃຫ້ຈີນ​ສືບ​ຕໍ່​ເປັນ​ປະ​ເທດຄູ່​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ມາ​ເລ​ເຊຍ.

ທັງ​ນີ້​ໃນ 2 ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້, ຍອດມູນ​ຄ່າ​ການ​ຄ້າ​ຂອງ​ມາ​ເລ​ເຊຍ​ໄດ້​ເພີ່ມ​ຂຶ້ນ 2,1% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານ​ມາ​ໂດຍ​ບັນລຸ​ເຖິງ 134 ຕື້ 800 ລ້ານຣິງກິດ, ​ໃນ​ນັ້ນມູນ​ຄ່າ​ການ​ສົ່ງ​ອອກ​ໄດ້​ເພີ່ມ​ຂຶ້ນ 26,5% ​ໂດຍ​ມີ​ຍອດ​ມູນ​ຄ່າ​ເຖິງ 71 ຕື້ 800 ລ້ານຣິງກິດ ​ແລະ​ກໍຫຼາຍ​ກວ່າ​ດັ່ງ​ຄາດ​ຄະ​ເນ​​ໄວ້, ​ທັງ​ເປັນຈັງຫວະ​ການ​ເຕີບ​ໂຕ​ທີ່​ໃຫຍ່​ທີ່​ສຸດ​ໃນ​​ໄລຍະເກືອບ 7 ປີຜ່ານມາ. ນີ້​ເປັນ​ເດືອນ​ທີ 4 ຕິດ​ຕໍ່​ກັນ​ທີ່​ມາ​ເລ​ເຊຍ​ບັນລຸ​ມູນ​ຄ່າ​ການ​ສົ່ງ​ອອກ​ໄດ້ຫຼາຍ​ກວ່າ 70 ຕື້ຣິງກິດ​​ນັບ​ແຕ່​ເດືອນ​ພະຈິກ​​ປີ 2016 ​ເປັນ​ຕົ້ນ​ມາ. ​ໃນ​ນີ້ ຈີນ​ກວມ​ 14,8% ຂອງຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ສິນ​ຄ້າ; ຖັດມາ​ແມ່ນ​ສິງກະ​ໂປ​ແລະ​ສະຫະພາບ​ເອີຣົບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ