ທູດ​ອິນ​ໂດ​ເນ​ເຊຍ​ປະຈຳ​ຈີນ​ກ່າວ​: ອາ​ຊຽນຖື​ການພັດທະນາ​ສາຍພົວພັນກັບ​ຈີນ​​ເປັນ​ບຸລິ​ມະ​ສິດ
2017-04-07 16:37:44  cri 
ວັນ​ທີ 6 ​ເມສາ​ນີ້, ສູນ​ຈີນ-ອາ​ຊຽນ​ໄດ້​ຈັດຕັ້ງ "ການ​​ປາຖະກະຖາ​ຂອງ​ເອກ​ອັກຄະ​ລັດຖະທູດ​ອາ​ຊຽນ​ແລະຈີນ" ຊຸດ​ທີ 8 ຢູ່​ມະຫາວິທະຍາ​ໄລ​ຊິ່ງ​ໄຫ​ເມືອງ​ຊີ່​ນິງ​ແຂວງ​ຊິ່ງ​ໄຫ​ ສປ ​ຈີນ ​ແລະ​ໃນ​ໂອກາດ​ດັ່ງກ່າວ, ທ່ານ ​​ໂຊ​ວ​ເກິ​ງ ຣາຮັດ​ໂຈ ​ເອກ​ອັກຄະ​ລັດຖະທູດ​ອິນ​ໂດ​ເນ​ເຊຍ​ປະຈຳ​ຈີນ​ໄດ້​ກ່າວ​​ໃນຫົວ​ຂໍ້ "ອິນ​ໂດ​ເນ​ເຊຍ,ອາ​ຊຽນ​ແລະ​ຈີນ: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຍຸດ​ທະ​ສາດ,ຊຸກຍູ້​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ".

ທ່ານ ​ໂຊ​ວ​ເກິ​ງ ກ່າວ​ວ່າ: ອິນ​ໂດ​ເນ​ເຊຍ​ຍິນ​ດີ​ເພີ່ມກຳລັງ​ແຮງ​ໃໝ່​ເຂົ້າ​ໃນ​ການ​ພັດທະນາຂອງ​ຈີນ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​​ນີ້. ຂະນະ​ດຽວ​ກັນ​ກໍ​ຈະ​ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ຫຼັກການສະ​ເໝີ​ພາບ,ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ​ເພີ່​ມທະວີ​ການ​ພົວພັນ​ຄູ່​ຮ່ວມ​ກັບ​ຈີນ ​ເພື່ອບັນລຸ​ການ​ພັດທະນາ​ຮ່ວມ​ກັນ. ປີ​ນີ້​ແມ່ນ​ປີ​ຄົບຮອບ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ອາ​ຊຽນ​ໂດຍອາ​ຊຽນຖື​ການ​ພັດທະນາ​ສາຍພົວພັນ​ຄູ່​ຮ່ວມ​ກັບ​ຈີນ​ເປັນ​ບຸລິ​ມະ​ສິດທີ່​ສຳຄັນ, ພາຍ​ໃຕ້​ສະຖານະ​ການ​ໃໝ່, ປະຊາຊົນ​ຈີນ​ແລະ​ອາ​ຊຽນ​ໂດຍ​ສະ​ເພາະ​​ຊາວ​ໜຸ່ມ​ຮຸ່ນ​ໃໝ່ ຄວນ​ຮັດ​ແໜ້ນ​ການ​ໄປມາຫາສູ່​ກັນ​ຕື່ມອີກ,​ເພີ່ມ​ທະວີ​ການ​ຖອດ​ຖອນ​ບົດຮຽນ​,​ສ້າງ​ຄວາມ​ເຂົ້າ​ໃຈ​​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່ກັນ ​ເພື່ອຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ພັດທະນາ​ກ້າວເຂົ້າ​ສູ່​ລວງ​ເລິກ​ຢ່າງຍາວ​ນານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ