ຮັບ​ສະ​ໝັກເໜືອ​ປະ​ລິນ​ຍາເອກ​ອີກ! ເພື່ອນ​ມິດ​ລາວ​ມາ​ຕ້ອງ​ຕິດ​ຕາມ!
2017-04-07 15:29:42  cri 

ກ່ອນໜ້ານີ້ສອງມື້​, CRI ​ໄດ້​ເປີດຮັບ​ສະ​ໝັກ​ນັກ​ສຶກ​ສ​າ​ຜູ້​ຈົບເໜືອ​ປະ​ລິນ​ຍາ​ເອກ ແຕ່​ສຳ​ລັບມື້ນີ້, ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ແລະເຕັກ​ໂນ​ໂລ​ຊີ​ຄຸນ​ມິງ​ໄດ້​ເປີດ​ຮັບ​ສະ​ໝັກ​ນັກ​ສຶກ​ສາ​ມາ​ສຶກ​ສາ​ຕໍ່​ຊັ້ນເໜືອປະ​ລິນ​ຍາ​ເອກ. ​ໂອ​ໂຫ, ດຽວນີ້ ​ເໜືອ​ປະ​ລິນ​ຍາ​ເອກ​ກາຍ​ເປັນ​ມາດ​ຖານ​ສຳ​ລັບ​ນັກ​ສຶກ​ສາ​ແລ້ວ​ຫວ​ະ? ບັນ​ນາ​ທິ​ການ​ບໍ່​ເຄີຍ​ຮູ້​ສຶກ​ນ້ອຍໃຈ​ຂະ​ໜາດ​ນີ້​ຈັກ​ເທື່ອ, ແຕ່​ພັດ​ຮູ້​ສຶກ​​ວ່າ​ເປັນ​ຄວາມໂຊກ​ດີຫຼາຍ​ທີ່​ໄດ້​​ມືນ​ຕາ​ເບິ່ງ​ໂລກ​ໜ່ວຍນີ້​​ມາກ່ອນຫຼາຍ​ປີ. ເອົາ​ເປັນ​ວ່າ, ກັບ​ມາ​ເວົ້າ​ເລື່ອງ​ທາງ​ການ​ດີກວ່າ, ຢ້ານ​ຫົວ​ໜ້າ CRI ເພິ່ນ​ຊິ​ບໍ່​ເຫັນ​ບັນ​ນາ​ທິ​ການ​ວ່າ​ດຸ​ໝັ່ນ​ຂະ​ໜາດ​ໃດ, ​ຊັ້ນປະ​ລິນ​ຍາ​ບໍ່​ສູງ​ກະ​ຊິ​ເປັນ​ຫຍັງ​​ເນາະ!

ມະ​ຫາ​ວິ​ທະ​ຍາ​ໄລວິ​ທະ​ຍາ​ສາດ​ແລະເຕັກ​ໂນ​ໂລ​ຊີ​ຄຸນ​ມິງ​ເປີດ​ຮັບ​ສະ​ໝັກ​ນັກ​ສຶກ​ສາມາສຶກ​ສາ​ຕໍ່ເໜືອ​ປະ​ລິນ​ຍາ​ເອກ.
ມະ​ຫາ​ວິ​ທະ​ຍາ​ໄລວິ​ທະ​ຍາ​ສາດ​ແລະເຕັກ​ໂນ​ໂລ​ຊີ​ຄຸນ​ມິງ​ເປີດ​ຮັບ​ສະ​ໝັກ​ນັກ​ສຶກ​ສາມາສຶກ​ສາ​ຕໍ່ເໜືອ​ປະ​ລິນ​ຍາ​ເອກ.
ມະ​ຫາ​ວິ​ທະ​ຍາ​ໄລວິ​ທະ​ຍາ​ສາດ​ແລະເຕັກ​ໂນ​ໂລ​ຊີ​ຄຸນ​ມິງ​ເປີດ​ຮັບ​ສະ​ໝັກ​ນັກ​ສຶກ​ສາມາສຶກ​ສາ​ຕໍ່ເໜືອ​ປະ​ລິນ​ຍາ​ເອກ.
ຮ່າໆ, ເລື່ອງສຳ​ຄັນແນວນີ້ ຕ້ອງ​ເວົ້າ​ສາມ​ເທື່ອ​ໄດ໋!
I, ທິດ​ທາງ​ການ​ຄົ້ນ​ຄວ້າ
ການ​ຄຸ້ມ​ຄອງ​ລັດ​ຖະ​ບານ, ​ການ​ຄຸ້ມ​ຄອງວິ​ທະ​ຍາ​ ຫຼື ການ​ພົວ​ພັນ​ລະ​ຫວ່າງ​ຊາດ.
II, ເງື່ອນ​ໄຂ
ສັນ​ຊາດ​ລາວ, ອາ​ຍຸ​ບໍ່​ກາຍ 35 ປີ, ​ຈົບປະ​ລິຍາ​ເອກ, ຮູ້​ພາ​ສາ​ອັງ​ກິດ​ເປັນຢ່າງດີ. ເຈົ້າ​ໜ້າ​ທີ່​ຂອງ​ກະ​ຊວງຫຼື​ຄະ​ນະ​ກຳ​ມ​ະ​ການ​ທຽບ​ເທົ່າ, ສະ​ຖາ​ບັນ ຫຼື​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ລາວ ຈະໃຫ້​ບຸ​ລິ​ມະ​ສິດ. ຜູ້​ຮູ້​ພາ​ສາ​ຈີນ ຈະ​​ໃຫ້​ບຸ​ລິ​ມະ​ສິດ​ເປັນ​ພິ​ເສດ;
ເຄົາ​ລົບ​​ຂໍ້​ກຳ​ນົດກົດ​ໝາຍ, ບໍ່​ເຄີຍ​ກະ​ທຳ​ຜິດ, ມີ​ສຸ​ຂະ​ພາບ​​ແຂງ​ແຮງ;
ຫຼັກ​ສູດ​ການ​ຮຽນ​ສາມ​ປີ. ສາ​ມາດ​ປຶກ​ສາ​ກັບ​ອາ​ຈານ​ແລະ​ຕົກ​ລົງ​ກັນໄດ້​ວ່າ ຈະ​ຮຽນຫຼັກ​ສູດ​ໝົດມື້ຫຼື​ບໍ່;
ຄວາມ​ສາ​ມາດ​ການ​ຄົ້ນ​ຄວ້າ: ບົດ​ຄວາມ CSSCI ຫຼື SSCI ບົດ​ໜຶ່ງ​ຕໍ່​ປີ
III, ເງິນ​ເດືອນ​ແລະ​ເງິນ​ອຸດ​ໜູນ
ເງິນ​ເດືອນ: 139.000 ຢວນ​ຕໍ່​ປີ
ເງິນ​ອຸດ​ໜູນ​ຄ່າ​ເຊົ່າ​ເຮືອນ: 12.000 ຢວນ​ຕໍ່​ປີ
​ການ​ຈັດ​ກິດ​ຈະ​ກຳ​ວິ​ຊາ​ການ: 40.000 ຢວນ
​ມີປະ​ກັນ​ໄພ (ປິ່ນ​ປົວ, ບາດ​ເຈັບ​ໃນ​ຍາມ​ເຮັດ​ວຽກ) ໂດຍ​ຕາມ​ການ​ກຳ​ນົດ​ທີ່​ກ່ຽວ​ຂ້ອງ
ສີ່. ​ເອກະສານ​ສະໝັກ

ຕາຕະລາງເອກະສານສະໝັກເໜືອປະລິນຍາເອກເຂົ້າປະຈຳມະຫາວິທະຍາໄລວິທະຍາສາດ-ເຕັກໂນໂລຢີຄຸນມິ

ເລກລຳດັບ ຊື່ເອກະສານ ຈຳນວນ ໝາຍເຫດ
1

ໜັງສືຜ່ານແດນສະບັບກ໋ອບປີຂອງຜູ້ສະໝັກ

2  
2 ໃບຢັ້ນຢືນປະລິນຍາເອກສະບັບກ໋ອບປີ 2  
3 ໃບຢັ້ນຢືນປະລິນຍາເອກສະບັບພາສາຈີນ(ຕ້ອງມີລາຍເຊັນຂອງອາຈານ) 2  
4 ຕາລະລາງກວດສຸຂະພາບ 1

ຜົນການກວດກາສຸຂະພາບໃນ
ເວລາ 3 ເດືອນຜ່ານມາ

5 ໃບສະເໜີຈາກຜູ້ຊ່ຽວຊານລະດັບ
ສາສະດາຈານສອງ
ທ່ານ
1 ໃນນີ້ມີຜູ້ໜຶ່ງຄວນເປັນອາຈານສອນ
ປະລິນຍາ
ເອກຂອງຜູ້ສະໝັກ
6

ຕາລະລາງກວດກາເຂົ້າ
ປະຈຳ​​ເໜືອປະລິນຍາເອກ

1  
7 ຕາຕະລາງສະໝັກຮຽນເໜືອປະລິນຍາເອກ 2

ຂຽນຂໍ້ມູນຢູ່ເວັບໄຊເໜືອປະລິນ
ຍາ
ເອກຈີນທາງອິນເຕີເນັດແລ້ວພິມ
ອອກມາ

ເວັບ​ໄຊ​ເໜືອ​ປະລິນຍາ​ເອກ​ຈີນ:  http://www.chinapostdoctor.org.cn
E-mail:  1638724755@qq.com
​ເລກ​ໂທ:  0086 13529271996
ຖ້າວ່າ​ທ່ານ​ໄດ້​ຜ່ານ​ການ​ກວດກາ, ທ່ານ​ຈະ​ຮຽນ​ນຳ

ທ່ານນາງເວີນຊູ່ຮຸ້ຍ ສາສະດາຈານ, ອາຈານສອນເໜືອປະລິນຍາເອກ ຈາກວິທະຍາໄລການປົກຄອງແລະ
ເສດຖະສາດມະຫາວິທະຍາໄລວິທະຍາສາດເຕັກໂນໂລຊີຄຸນໝິງ, ໄດ້ດຳເນີນການຄົ້ນຄວ້າການວາງແຜນ
ພັດທະນາພາກພື້ນ ລວມທັງນະໂຍບາຍການຍົກລະດັບການພັດທະນາອຸດສາຫະກຳ, ການຮ່ວມມືດ້ານເສດ
ຖະກິດສາກົນ ແລະການເຊື່ອມໂຍງເຂົ້າກັນ ໂດຍເນັ້ນ ໜຶ່ງຄື ຄົ້ນຄວ້າການພັດທະນາພາກພື້ນແລະອຸດສາ
ຫະກຳ ແລະ 2, ການຄ້າສາກົນແລະການທະນາຄານສາກົນ. ປັດຈຸບັນ, ມະຫາວິທະຍາໄລດັ່ງກ່າວໄດ້ປະ
ກາດຮັບນັກສຶກສາເໜືອປະລິນຍາເອກໃນພາກພື້ນ GMS ເຊິ່ງຜູ້ສະເໜີຕ້ອງມີເງື່ອນໄຂດັ່ງນີ້: ມີຄຸນສົມບັດ
ດີ, ຮຽນເກັ່ງ, ສຸຂະພາບແຂງແຮງ, ມີອາຍຸຕ່ຳກວ່າ 35 ປີ. ມີອຸດົມການຄົ້ນຄວ້າວິທະຍາສາດແລະມີທິດທາງ
ຄົ້ນຄວ້າທີ່ຈະແຈ້ງ ແລະເປັນເອກະພາບກັບອາຈານ. ມີອາຍຸການເຮັດວຽກປະມານ 3 ປີ. ໃນໄລຍະສຶກສາ,
ນັກສຶກສາເໜືອປະລິນຍາເອກຈະໄດ້ຮັບເງິນເດືອນ 1 ແສນ 3 ໝື່ນ 9 ພັນຢວນຕໍ່ປີ, ເງິນອຸດໜູນຄ່າເຊົ່າ
ເຮືອນ 1 ໝື່ນ 2 ພັນຢວນຕໍ່ປີ, ຄ່າຄົ້ນຄວ້າວິຊາການ 4 ໝື່ນຢວນ ແລະມີປະກັນການປິ່ນປົວ. ຜູ້ທີ່ປະສົງ
ສະເໜີເປັນນັກສຶກສາເໜືອປະລິນຍາເອກໃຫ້ສົ່ງຂໍ້ມູນຕາມແບບຟອມມາທາງອີເມວ: swen33@163.com

ຫາກ​​ໄດ້​ໃບຮັບ​ຮອງ​ກໍຈະ​ໄດ້​ຮຽນ​ຢູ່ມະຫາວິທະຍາ​ໄລ​ດັ່ງ​ນີ້​

ມະຫາວິທະຍາ​ໄລວິທະຍາສາດ​ແລະ​​ເຕັກ​ໂນ​ໂລ​ຊີ​ຄຸນ​ມິ​ງຕັ້ງ​ຢູ່​ເມືອງ​ຄຸນ​ມິ​ງ​ແຂວງ​ຢຸນນານ ສປ ຈີນ ​ມີ​ຊາຍ​ແດນ​ຕິດ​ກັບສປປ ລາວ ​ເຊິ່ງມີ​ປະຫວັດ​ຍາວ​ນານ​ໂດຍສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1954 ​ແລະ​ເປັນ​ມະຫາວິທະຍາ​ໄລ​ສັງ​ລວມຫຼາຍ​ຂະ​ແໜງ​ວິຊາ​ພັດທະນາ​ປະສົມ​ກົມກຽວ​ກັນ​ເປັນ​ຕົ້ນ ​ເສດຖະກິດ,ການ​ບໍລິຫານ,ວັນນະຄະດີລວມ​ເຖິງ​ສິລະ​ປະກຳ,ກົດໝາຍ,ການ​ສຶກສາ,ປັດ​ຊະ​ຍ,​ແພດສາດ​ແລະ​ອື່ນໆ ​ໃນ​ນີ້​ສ່ວນ​ໃຫຍ່​ເປັນ​ຂະ​ແໜງ​ວິຊາ​ວິສະວະກຳ ທັງ​ປະສານ​ສົມທົບ​ກັບ​ຂະ​ແໜງ​ວິຊາ​ເຕັກ​ໂນ​ໂລ​ຊີ.


ຫໍສະໝຸດ​ມະຫາວິທະຍາ​ໄລ​ວິທະຍາສາດ​ແລະເຕັກ​ໂນ​ໂລ​ຊີ​ຄຸນ​ມິງ ​ໄດ້​ຮັບ​ລາງວັນ​ລູປ່ານ ​ເຊິ່ງ​ເປັນລາງວັນ​ສູງ​ສຸດ​ໃນ​ຂະ​ແ​ໜງສະຖາປັດຕະຍະ​ກຳ​ຂອງ​ຈີນ.

 


ທິວ​ທັດທີ່​ສວຍ​ງາມ​ຂອງ​ມະຫາວິທະຍາ​ໄລວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ຄຸນ​ມິ​ງ


ມະຫາວິທະຍາ​ໄລວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ຄຸນ​ມິ​ງທີ່​ສວຍ​ສົດ​ງົດ​ງາມ​ແລະມີ​ຊີວິດ​ຊີວາ​ໃນ​ຍາມ​ລະດູ​ໃບ​ໄມ້​ປົ່ງ



ນັກ​ສຶກສາ​ທີ່​ໜຸ່ມ​ແໜ້ນ​ແຈ່ມ​ໃສ​ຂອງມະຫາວິທະ​ຍາ​ໄລວິທະຍາສາດ​ແລະ​​​ເຕັກ​ໂນ​ໂລ​ຊີ​ຄຸນ​ມິ​ງ


ຫາກ​ທ່ານ​​ໄດ້​​ໃ​ບຮັບຮອງ, ທ່ານ​ອາດ​ຈະ​ໂຊກ​ດີ​​ໂດຍ​ການມີ​ໂອກາດ​ຮູ້ຈັກ​ກັບ​ນາງງາມ​ປະຈຳ​ມະຫາວິທະຍາ​ໄລວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ຄຸນ​ມິງ ຄື​ນາງ​ເມີ້​ງຢາ​ວ ນັກສຶກສາ​ຮຸ່ນປີ 2013, ຫຸ່ນງາມ​ຂາສ້ວຍ ​ແລະ​ເປັນ​ຄົນມັກ​ຟ້ອນ​ແລະ​ເຕັ້ນ​ ​ເຊິ່ງສາມາດດຶງ​ດູດ​ສາຍຕາ​​ໄດ້​ເປັນ​ຢ່າງ​ດີ.


ຄວາມ​ຈິງ​ແລ້ວ​ຜ່ານ​ມາ, ຜູ້​ຂຽນ(ບັນ​ນາທິການCRI)​ເອງ​ກໍ​ບໍ່​ເຄີຍ​ໄປ​ມະຫາວິທະຍາ​ໄລວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ຄຸນ​ມິ​ງ ​ແລະ​ກໍບໍ່​ຮູ້​ວ່າ ນາງ​ງາມ​ປະຈຳ​ມະຫາວິທະຍາ​ໄລ​ດັ່ງກ່າວ​ແມ່ນ​ເລື່ອງ​ແທ້​ຫຼື​ບໍ່. ພາຍຫຼັງປະກາດ​ຮັບ​ສະໝັກ​ນັກ​ສຶກສາ​ຕໍ່​ເໜືອປະລິນຍາ​ເອກຈຶ່ງ​​ເປັນ​ຂ່າວ​ຈິງ​ແລ້ວ, ດ້ານ​ອື່ນ​ແມ່ນ​ຜູ້​ຂຽນ​​ໄດ້​ມາ​ຈາກ​​ອິນ​ເຕີ​ເນັດ. ຫາກ​ຜິດພາດ​ປະການ​ໃດ, ກໍ​ຂໍອະ​ໄພ​ ​ຜູ້​ອ່ານທຸກ​ທ່ານ​ແລະ​ໃຫ້ເຫັນ​ໃຈ​ຜູ້​ຂຽນ​ທີ່​ຊອກ​ຫາ​ຂໍ້​ມູນ​ດ້ວຍ​ຄວາມ​ຫວັງ​ດີ​ແລະ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່, ຂໍ​ໃຫ້ທ່ານ​ຈົ່ງຕຳ​ໜິຕິ​ຊົມບົດ​ຂຽນ​ບົດ​ນີ້,ຂໍ​ຂອບ​ໃຈ.​​ເພື່ອນ​ມິດ​ຄົນ​ລາວ​ທ່ານ​ໃດ​ທີ່​ມີ​ເງື່ອນ​ໄຂຖືກຕ້ອງ​ຄົບ​ຖ້ວນຕາມ​​ໃບ​ປະກາດການ​ຮັບ​ສະ​ໝັກ​ນັກ​ສຶກສາຕໍ່​ເໜືອ​ປະລິນຍາ​​ເອກ​ ​ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ, ກໍ​ຂໍ​ໃຫ້ສະໝັກ​​ໄວໆ​ເດີ​ເພາະ​ໃນ​ອີກ​ບໍ່​ດົນຕໍ່ໜ້າ​ນີ້​ທ່ານ​ຈະ​ໄດ້​ພິສູດ​ດ້ວຍ​ຕົນ​ເອງ. ນັດພົບ​ກັນ​ຢູ່​ມະຫາວິທະຍາ​ໄລ​ວິທະຍາສາດ​ແລະເຕັກ​ໂນ​ໂລ​ຊີ​ຄຸນ​ມິ​ງ​ເດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ