ທ່ານ​ສີ​ຈິ້ນ​ຜິ​ງຢ້ຽມຢາມອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ
2017-04-07 11:05:40  cri 

ວັນ​ທີ 6 ​ເມສາ​ນີ້​ປະມານ 13 ​ໂມງ 50 ນາທີຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​​ເດີນທາງເຖິງ​ລັດ​ຟລໍຣີດາ ສະຫະລັດ​ອາ​ເມ​ລິ​ກາ​ດ້ວຍ​ຍົນ​ພິ​ເສດ, ​ແລະ​ຈະ​ພົບ​ປະ​ກັບ​ປະທານາທິບໍດີ-​ອາ​ເມລິ​ກາຢູ່​ສວນ​ມາ-​ອາ-ລາ​ໂກ.

ປະມຸກ​ລັດ​ສອງ​ປະ​ເທດ​ຈະ​ແລກປ່ຽນ​ຄວາມ​​ເຫັນ​ຢ່າງ​ເປີດ​ກວ້າງ​ແລະ​ເລິກ​ເຊິ່ງກ່ຽວ​ກັບສາຍ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ລວມທັງ​ບັນຫາ​ພາກ​ພື້ນ​ແລະ​ສາກົນ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມກັນ. ​ແລະນີ້​ແມ່ນ​ການ​ພົບ​ປະກັນ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ປະມຸກ​ລັດ​ສອງ​ປະ​ເທດຫຼັງ​ອາ​ເມ​ລິ​ກາມີ​ລັດຖະບານ​ຊຸດ​ໃໝ່​ເປັນ​ຕົ້ນ​ມາ.

ທ່ານ​ສີ​ຈິ້ນ​ຜິ​ງ​​ໄດ້​ເດີນທາງ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການຫຼັງ​ສຳ​ເລັດ​ການ​ຢ້ຽມຢາມ​ແຟງ​ລັງ​ທາງ​ລັດຖະກິດ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ