ຟີ​ລິບ​ປີນ​ຮຽກຮ້ອງ​ໃຫ້​ອາ​ຊຽນສືບ​ຕໍ່​ຊຸກຍູ້​ເສດຖະກິດ​ເຊື່ອມ​ໂຍງ​ເຂົ້າກັນ
2017-04-07 15:58:15  cri 
ທ່ານ​ຄາລົສ ​ໂດ​ມິນ​ກຸສ ລັດຖະມົນຕີ​ກະຊວງ​ການ​ເງິນ​ຟີ​ລິບ​ປີນ​ກ່າວ​ໃນ​ວັນ​ທີ 6 ​ເມສາ​ນີ້​ວ່າ, ​ອາ​ຊຽນຄວນ​ສືບ​ຕໍ່​ຊຸກຍູ້​ເສດຖະກິດຂອງ​ພາກ​ພື້ນ​ຕົນເຊື່ອມ​ໂຍງ​ເຂົ້າກັນ, ​​​ໂດຍໃນ​ອະນາຄົດ​ຈະ​​​ເຈາະ​ຈົງ​ພັດທະນາ​ການ​ຄ້າ​ເອ​ເລັກ​ໂຕຣນິກ, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​, ​ເຮັດ​ໃຫ້ການ​ຄ້າ​ສະດວກ​ກວ່າ​ເກົ່າ​ແລະ​ເປີດ​ກວ້າງຕະຫຼາດ​ບໍລິ​ໂພ​ກ.

ທ່ານ ໂດ​ມິນ​ກຸສ ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງປະຊຸມ​ສຳ​ມະ​ນາ​ລັດຖະມົນຕີ​ການ​ເງິນ​ອາ​ຊຽນທີ່​ຈັດ​ຂຶ້ນ​ໃນ​ມື້​ດັ່ງກ່າວ. ແລະທ່າ​ນຍັງໄດ້ກ່າວຕື່ມວ່າ, ບັນດາ​ປະ​ເທດ​ອາ​ຊຽນລ້ວນແຕ່ຫວັງ​ສ້າງ​ກຸ່ມ​ເສດຖະກິດ​ພາກ​ພື້ນ​ທີ່​ມີ​ພະລັງ​ຊີວິດ​ຢ່າງ​ແທ້​ຈິງ. ແລະຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການຮ່ວມ​ມື​ການ​ຄ້າ​ແລະ​ການ​ປັບປຸງ​ເສດຖະກິດ​ພາຍ​ໃນ​, ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ໄດ້​ຊຸກຍູ້​ການ​ຄ້າ​​ແລະ​ການ​ລົງທຶນ​ຂອງ​ອາຊຽນ, ແລະກໍຫວັງ​ວ່າ​ອາ​ຊຽນຈະສາມາດ​ປະກອບສ່ວນ​ກຳລັງ​ໃຫ້​ແກ່​ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ໂລກຫຼາຍກວ່າເກົ່າ.

ທ່ານ​ຍັງ​ຮຽກຮ້ອງ​ໃຫ້​ນັກທຸລະກິດ​​ທົ່ວ​ໂລກ​ສົນ​ໃຈ, ​​ແລະ​ເພີ່ມ​ການ​ລົງທຶນໃນ​​ອາ​ຊຽນ. ເຊິ່ງໃນປັດຈຸບັນ​ບັນດາປະ​ເທດ​ອາ​ຊີ​ຕາ​ເວັນ​ອອກສຽງ​ໃຕ້​ພວມ​ພະຍາຍາມ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາຊຽນ, ຈຶ່ງ​ຕ້ອງການ​ການ​ລົງທຶນ​ຢ່າງ​​ຫຼວງຫຼາຍ. ແນວໃດກໍດີເຊື່ອ​​ວ່າ​ເສດຖະກິດ​ໃນຍຸກໂລກາ​ພິວັດຄື​ເສັ້ນທາງ​ພັດທະນາ​ທີ່​ຖືກຕ້ອງ, ​ເສດຖ​ະກິດ​ອາ​ຊຽນມີ​ຊ່ອງ​ທາງ​ພັດທະນາ​ຢ່າງ​ວ່ອງ​ໄວ, ແລະຈະ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຜູ້​ລົງທຶນໄດ້ຢ່າງມະຫາສານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ