ສະຫະພາບ​ເອີ​ລົບ​ປະກາດ​ຂວ້ຳ​ບາດ​ ສປປ ​ເກົາຫຼີອີກ
2017-04-07 16:28:03  cri 
ສະຫະພາບ​ເອີ​ລົບ​ອອກ​ມາປະກາດ​ໃນ​ວັນ​ທີ 6 ​ເມສາ​ນີ້​ວ່າ, ຈະ​ປະຕິບັດ​ມາດ​ຕະການ​ຂວ້ຳ​ບາດ​ ສປປ ​ເກົາຫຼີອີກ​ຄັ້ງ​ໃໝ່, ​​ໂດຍເປີດ​ກວ້າງ​ການ​ຈຳກັດ​ການ​ລົງທຶນ​ແລະ​ບໍລິການ​ຂອງ ສປປ ​ເກົາຫຼີ.

​ຖະ​ແຫຼງການ​ທີ່ດັ່ງກ່າວ​ລະບຸ​ວ່າ, ສະຫະພາບ​ເອີ​ລົບ​ໄດ້ຕົກລົງ​ເປີດ​ກວ້າງ​ຫ້າມ​ລົງທຶນຢູ່ ສປປ ​ເກົາຫຼີ​ເປັນ​ຕົ້ນ​ລົງທຶນ​ໃນ​ຂະ​ແໜງ​ການ​ອາວຸດ, ຫຼອມ​ໂລຫະ, ການ​ປຸງ​ແຕ່ງ​​ໂລຫະ​, ການບິນ, ​ການບິນ​ອະວະ​ກາດ​ແລະ​ອື່ນໆ. ຂະນະ​ທີ່​ສະຫະພາບ​ເອີ​ລົບ​ໄດ້​ເພີ່ມ​ 4 ບຸກຄົນ​ເຂົ້າ​ໃນ​ບັນຊີ​ຊື່​ດຳ​ໃນ​ການ​ຂວ້ຳ​ບາດຄັ້ງ​ນີ້, ສົ່ງ​ຜົນ​ເຮັດ​ໃຫ້​ຄົນ​ ສປປ ​ເກົາຫຼີ​ທີ່​ຖືກ​ຈຳກັດ​ການທ່ອງທ່ຽວ​ແລະອາ​ຍັດ​ຊັບ​ສິນ​​ເພີ່ມ​ຂຶ້ນ​ເປັນ 41 ຄົນ.

ຖະ​ແຫຼ​ງການ​ລະບຸ​ວ່າ, ການ​ທີ່​ສະຫະພາບ​ເອີ​ລົບ​ເພີ່ມ​ການ​ຂວ້ຳ​ບາດ​ ສປປ ​ເກົາ​ຫຼີ​ເນື່ອງ​ຈາກ​ເຫັນ​ວ່າການ​ກະທຳ​ຂອງ ສປປ ​ເກົາຫຼີ​ໄດ້​ລະ​ເມີດ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດຫຼາຍ​ຂໍ້, ​ແລະ​ເປັນ​ໄພ​ຂົ່ມຂູ່​ຢ່າງ​ໜັກໜ່ວງ​ຕໍ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແລະ​ສາກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ