ປະທານາທິບໍດີ​ມຽນມາ​ເລີ່​ມຢ້ຽມຢາມ​ຈີນ
2017-04-07 11:04:38  cri 
ຕາມ​ຂ່າວສານ​ຈີນ: ທ່ານທິນຈໍ ປະທານາທິບໍດີ​ສາທາລະນະ​ລັດສະຫະພາບ​ມຽນມາ​ໄດ້​ເດີນທາງ​ດ້ວຍ​ເຮືອບິນ​ພິ​ເສດ​​​ເຖິງ​​ເມືອງ​ເສິງ​ຕູ​ແຂວງ​ເສ​ສວນ​ ​ເຊິ່ງ​ເປັນ​ການເລີ່ມຢ້ຽມຢາມ ສປ ຈີນ​ເປັນ​ຄັ້ງ​ທຳ​ອິດ​.

​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ, ທ່ານ​ທິນຈໍ ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ຈີນ​ທາງ​ລັດຖະກິດ​ແຕ່​ວັນ​ທີ 6 ຫາ​ວັນ​ທີ 11 ​ເມສາ​ນີ້ ​ໂດຍ​ແຂວງ​ເສ​ສວນ​ເປັນ​ຈຸດທຳ​ອິດ​ໃນ​ໄລຍະ​ຢ້ຽມຢາມ​ຂອງ​ທ່ານ. ​ຂ່າວ​ແຈ້ງວ່າ, ຄະນະ​ຜູ້​ແທນ​​ທີ່​​ເດີນທາງ​ຮ່ວມ​ມາ​ພ້ອມ​ປະທານາທິບໍດີ​ມຽນມາ​​ຄັ້ງ​ນີ້​ມີ 30 ກວ່າ​ຄົນ ​ໄດ້​ແກ່ລັດຖະມົນຕີສຳນັກງານ​ທີ່​ປຶກສາ​ແຫ່ງ​ລັດ, ລັດຖະມົນຕີ​ກະຊວງ​ກາ​ນຄ້າ, ລັດຖະມົນຕີ​ກະຊວງ​ກໍ່ສ້າງ ​ແລະ​ທ່ານ​ອື່ນໆ.

​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​​ໃນ​ຄະນະ​ຜູ້​ແທນ​ດັ່ງກ່າວກ່າວ​ວ່າ, ​ເສ​ສວນ​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ ຫ່າງ​ຈາກ​ມຽນມາບໍ່​ໄກ​ປານ​ໃດ ​ແລະນັກທຸລະກິດ​ແຂວງ​ນີ້​ກໍ​ໄດ້​ເຂົ້າ​ໄປ​ລົງທຶນ​ຢູ່​ມຽນມາ, ມຽນມາ​ແລະ​ເສ​ສວນ​ໄດ້​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ ​ແລະ​ວິ​ສະ​ວະ​ກຳ ຈິ່ງ​ໄດ້​ກາຍ​ເປັນແຂວງສຳຄັນ​ທີ່​ທ່ານ​​ທິນຈໍ​ໄປ​ຢ້ຽມຢາມ​ກ່ອນໝູ່. ຂະນະດຽວ​ກັນ, ມຽນມາ​ຫວັງຫຼັງ​ການ​ຢ້ຽມຢາມ​ແຂວງ​ເສ​ສວນ​ຄັ້ງ​ນີ້ ຈະ​ສາມາດຊຸກຍູ້​ການ​ຮ່ວມ​ມື​ ​ລະຫວ່າງ​ສອງ​ຝ່າຍ​ໄດ້​ກວ້າງຂວາງ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ