ຈີນ​ໃຫ້​ຄວາມ​ສຳຄັນ​ໃນ​ການ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ພົນລະ​ເມືອງ​ຈີນ​ຢູ່​ຝຣັ່ງ
2017-04-07 11:09:29  cri 
ຕາມ​ຂ່າວCRI: ທ່ານ​ນາງ​ຮວາ​ຊຸນ​ຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 6 ​ເມສາ​ນີ້​ວ່າ, ຈີນ​ໄດ້​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ກັບຝຣັ່ງຫຼັງ​ເກີດເຫດ​ພົນລະ​ເມືອງ​ຂອງ​ຕົນ​ຖືກ​ຕຳຫຼວດ​ຝຣັ່ງຍິງ​ເສຍ​ຊີວິດ ລວມທັງຕິດຕາມ​ຄວາມ​ຄືບ​ໜ້າ​ຂອງ​ເຫດການຢ່າງ​ໃກ້ຊິດ ​ແລະທວງ​ໃຫ້​​ເຈົ້າ​ໜ້າ​ທີ່​ຝຣັ່ງ​ແກ້​ໄຂ​ຢ່າງ​ກົງ​ໄກ​ກົງ​ມາ ​ເພື່ອ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ພົນລະ​ເມືອງ​ຈີນຢູ່​ປະ​ເທດ​ດັ່ງກ່າວ.

ທ່ານ​ນາງ​ຮວາ​ຊຸນ​ຢິງກ່າວ​ຕື່ມ​ວ່າ, ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ຈີນ​ໄດ້​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ກັບຝຣັ່ງຕໍ່​ກໍລະນີ​ທີ່​ພົນລະ​ເມືອງ​ປະ​ເທດ​ຕົນ​ຖືກ​ຕຳຫຼວດ​ຝຣັ່ງຍິງ​ເສຍ​ຊີວິດຢ່ງ​ໃກ້ຊິດ ​ໂດຍ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ຍິ່ງ ທັງຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ຝຣັ່ງສືບສວນ​ ​ແລະ​ເປີດ​ເຜີຍ​ຄວາມ​ຈິງ​ໂດຍ​ໄວ ທັງຕອບ​ສະໜອງ​ຕາມຄວາມ​ຮຽກຮ້ອງ​ຂອງ​ຄອບຄົວ​ຜູ້​ເສຍ​ຊີວິດຢ່າງ​ເໝາະ​ສົມ. ​ແນວ​ໃດ​ກໍ​ດີ, ​ເຈົ້າ​ໜ້າ​ທີ່​ຝຣັ່ງກໍ​ໄດ້​ຢືນຢັນ​ຕໍ່ຈີນ​ວ່າ, ຈະສືບສວນ​ສອບ​ສວນເຫດການ​ດັ່ງກ່າວ​ຢ່າງ​ຈິງ​ຈັງ ​ແລະ​ໃຫ້ສຳ​ເລັດ ​ທັງ​ຈະ​ເປີດ​ເຜີຍ​ຜົນ​ການ​ສືບ​ສວນໂດຍ​ໄວ ​​ແລະ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ພົນລະ​ເມືອງ​ຈີນ​ຢູ່​ຝຣັ່ງ​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ