ອາ​ເມ​ລິ​ກາ​​ຍິງ​ລູກ​ສອນ​ໄຟ​​ໂຈມ​ຕີຊີຣີ
2017-04-07 15:29:12  cri 
ຕາມ​ຂ່າວສານ​ຊິນ​ຮວາ: ສື່​ມວນ​ຊົນ​ອາ​ເມລິ​ກາລາຍ​ງານ​ຕາມ​ການ​ເປີດ​ເຜີຍຂອງ​ເຈົ້າ​ໜ້າ​ທີ່​ລັດຖະບານ​ປະ​ເທດ​ຕົນ​​ໃນ​ວັນ​ທີ 6 ​ເມສາ​ນີ້​ວ່າ, ອາ​ເມ​ລິ​ກາ​ໄດ້​ຍິງ​ລູກ​ສອນ​ໄຟ​ຫຼາຍ​ສິບ​ລູກ​ໃສ່​ສະໜາມ​ບິນທະ​ຫານ​ແຫ່ງ​ໜຶ່ງ​ຂອງ​ຊີຣີ​ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ ​ເພື່ອ​ຕອບ​ໂຕ້​ຫຼັງ​ເກີດເຫດການ​​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີຢູ່​ຊີຣີ​ກ່ອນ​ໜ້າ​ນີ້.

ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ກ່າວ​ໃນ​ມື້​ດຽວ​ກັນ​ວ່າ, ຕົນໄດ້​ອອກ​ຄຳ​ສັ່ງ​ໃຫ້​​ໃຊ້​ກຳລັງ​ທະຫານ​ເທື່ອ​ນີ້. ຂະນະ​ທີ່ທ່ານ​ເຈ​ມສ໌ ມາຕິ​ສ໌ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ກໍໄດ້​ລາຍ​ງານ​ຕໍ່​ທ່ານ​ທຣຳກ່ຽວກັບ​ການ​​ໃຊ້​ກຳລັງ​ທະຫານ​ດັ່ງກ່າວ​ໃນ​ມື້​ດຽວ​ກັນ.

​ແຂວງ​ອີ​ດິບ​ປະ​ເທດ​ຊີຣີ​ໄດ້​ເກີດ​ເຫດ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ​ໃນ​ວັນ​ທີ 4 ​ເມສາ ​ເຊິ່ງສົ່ງ​ຜົນເຮັດ​ໃຫ້​ຫຼາຍ​ຄົນ​ເສຍ​ຊີວິດ​ແລະ​​ບາດ​ເຈັບ ​ແລະປະຊາ​ຄົມ​ໂລກຕ່າງ​ກໍ​ສົນ​ໃຈຕໍ່​ເຫດການ​ນີ້ຫຼາຍທີ່​ສຸດ, ໜ່ວຍ​ງານພິສູດຄວາມ​ຈິງ​ກ່ຽວ​ກັບ​ບັນຫາ​ອາວຸດ​ເຄມີ​ຊີຣີຂອງສະຫະ​ປະຊາ​ຊາດ​​ໄດ້​ປະກາດ​ເລີ່​ມ​ເກັບ​ກຳ​ຂໍ້​ມູນຕ່າງໆ ​ເພື່ອ​ຢືນຢັນ​ວ່າ​ຊີຣີ​ໄດ້​​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ​​ແທ້ຫຼື​ບໍ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ