ຕຳຫຼວດ​ຊາຍ​ແດນກິ່ງ​ແຂວງເຕີ​ຫົງມ້າງ​ຄະດີ​ຄ້າຂາຍ​ຢາ​ເສບ​ຕິດ​ໃຫຍ່
2017-04-07 16:23:12  cri 
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ມາ​ນີ້, ຕຳຫຼວດ​ຊາຍ​ແດນ​ກິ່ງ​ແຂວງປົກຄອງ​ຕົນ​ເອງ​ເຜົ່າ​​ລື້​ແລະ​ເຜົ່າ​ຈິງ​ໂຜ​ເຕີ​ຫົງ​ແຂວງ​ຢຸນນານ​ສາມາດ​ມ້າງຄະດີ​ຄ້າຂາຍ​ຢາ​ເສບ​ຕິດ​ໃຫຍ່​ເປັນ​ກໍລະນີ​ພິ​ເສດ, ​ທັງ​ສາມາດ​ຈັບ​​ຜູ້​ຕ້ອງ​ຫາ 1 ຄົນ ​ແລະ​ຍຶດ​​​ເຮ​ໂຣອິນ​ໄດ້ 41,4 ​ກິ​ໂລ.

​ຂະນະ​ທີ່ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຊາຍ​ແດນ​ກິ່ງ​ແຂວງ​ເຕີ​ຫົງ​ໄດ້​ອອກລາດຕະ​ເວນ​ຢູ່​ຕາມ​ທາງ​ຫຼວງ​ຈາກ​ໝູ່​ບ້ານນົ້ງຕາວ​​ຫາ​​ເມືອງ​ຢຸ້ຍລີ້, ກໍ​ໄດ້​ດຳ​ເນີນ​ການກວດລົດ​ໃຫຍ່​ທີ່​ບັນທຸກ​ເຂົ້າສາລີ​ຄັນ​ໜຶ່ງ ​ເຊິ່ງກໍ​ສາມາດ​ພົບ​ເຮ​ໂຣອິນ 118 ກ້ອນທີ່​ມີ​ນ້ຳ​ໜັກ 41,4 ກິ​ໂລ.

ພາຍຫຼັງ​ການ​ສືບສວນ​ສອບ​ສວນ, ຜູ້​ຕ້ອງ​ຫາຮັບ​ສາລະພາບວ່າ ຕົນ​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ຜູ້​ຄ້າຂາຍ​ຢາ​ເສບ​ຕິດ​ມຽນມາ ​​ໃຫ້​ຂົນ​ເຮ​ໂຣອິນ​ຈາກປະ​ເທດ​ດັ່ງກ່າວ​ເຂົ້າ​ມາ​ກິ່ງ​ແຂວງ​ເຕີ​ຫົງ ​ແລະ​ຢາກ​ນຳ​ສົ່ງ​ໄປ​ຕ່າງ​ແຂວງ. ປັດຈຸບັນ, ຜູ້​ຕ້ອງ​ຫາ​​ໄດ້ຖືກ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ