ວັນທີ7ເມສາຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜີງ,ປະທານປະເທດຈີນແລະທ່ານໂດນາດ ຕຣາມ,ປະທານາທິບໍດີອາເມລິກາໄດ້ຈັດການພົບປະຢ່າງເປັນທາງການຮອບທີ2ລະຫວ່າງປະມຸກລັດຈີນແລະອາເມລິກາຢູ່ສວນມາອາລາໂກລັດໂຟຼຣີດາຂອງອາເມລິກາ.ປະມຸກລັດຈີນແລະອາເມລິກາໄດ້ແລກປ່ຽນຄວາມຄິດຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການຮ່ວມມືໃນຂົງເຂດທີ່ສຳຄັນລະຫວ່າງສອງຝ່າຍ,ບັນຫາສາກົນແລະພາກພື້ນທີ່ສອງຝ່າຍສົນໃຈຮ່ວມກັນ.ສອງຝ່າຍເຫັນວ່າ, ການພົບປະລະຫວ່າງປະມຸກລັດສອງປະເທດຄັ້ງນີ້ມີຄວາມຕັ້ງໜ້າແລະມີປະສິດທິຜົນສູງ. ສອງຝ່າຍເຫັນດີຮ່ວມກັນພະຍາຍາມ,ເປີດກວ້າງຂົງເຂດການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ,ແລະຄວບຄຸມຄວາມເຫັນທີ່ຂັດແຍ້ງກັນບົນພື້ນຖານເຄົາລົບເຊິ່ງກັນແລະກັນ.
ທ່ານສີຈິ້ນຜີງກ່າວວ່າ,ຈີນແລະອາເມລິກາເປັນປະເທດຄູ່ການຄ້າໃຫຍ່ອັນດັບໜຶ່ງເຊິ່ງກັນແລະກັນ,ປະຊາຊົນສອງຊາດລ້ວນແຕ່ໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ. ຈີນພວມຊຸກຍູ້ການປະຕິຮູບໂຄງປະກອບຝ່າຍການສະໜອງ, ເປີດກວ້າງຄວາມຕ້ອງການພາຍໃນປະເທດເລື້ອຍໆ,ຂະແໜງການບໍລິການກວມເອົາອັດຕາສ່ວນຫຼາຍຂຶ້ນໃນເສດຖະກິດແຫ່ງຊາດ. ເສດຖະກິດຈີນຈະຮັກສາທ່າອ່ຽງພັດທະນາທີ່ດີ,ຈີນແລະອາເມລິກາມີອະນາຄົດອັນສົດໃສໃນການເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າ,ສອງຝ່າຍຕ້ອງກຳແໜ້ນໂອກາດນີ້. ຈີນຍິນດີຕ້ອນຮັບອາເມລິກາເຂົ້າຮ່ວມການຮ່ວມມືໃນຂອບ"ໜຶ່ງແລວທາງໜຶ່ງເສັ້ນທາງ".
ທ່ານສີຈິ້ນຜີງກ່າວເນັ້ນວ່າ, ຈີນຍິນດີຮ່ວມກັບອາເມລິກາເພີ່ມທະວີການຮ່ວມມືໃນການປະຕິບັດກົດໝາຍ, ຮ່ວມກັນຕໍ່ຕ້ານກັບອາຊະຍາກຳຂ້າມຊາດດ້ວຍທຸກຮູບການ. ສອງຝ່າຍຕ້ອງນຳໃຊ້ກົນໄກສົນທະນາດ້ານການປະຕິບັດກົດໝາຍແລະຄວາມປອດໄພທາງອິນເຕີເນັດ, ຮ່ວມກັນຊຸກຍູ້ແລະສ້າງສາອິນເຕີເນັດທີ່ສັນຕິພາບ, ປອດໄພ,ເປີດກວ້າງ,ຮ່ວມມືກັນແລະເປັນລະບຽບຮຽບຮ້ອຍ. ຈີນພວມສຸມກຳລັງຕ້ານການສໍ້ລາດບັງຫຼວງ,ຫວັງວ່າອາເມລິກາຈົ່ງໃຫ້ການປະສານງານແກ່ຝ່າຍຈີນໃນການໄລ່ລ່າຜູ້ໂຕນໜີແລະຂອງກາງ.