ທ່ານ​ສີ​ຈິ້ນ​ຜີ​ງ​ແລະ​ທ່ານ​ຕຣາມຈັດການ​ພົບ​ປະ​​ຢ່າງ​ເປັນ​ທາງ​ການ​ຮອບ​ທີ2ລະຫວ່າງ​ປະມຸກ​ລັດ​ຈີນ​ແລະ​ອາ​ເມ​ລິ​ກາ
2017-04-08 09:49:23  cri 


ວັນ​ທີ7​ເມສາ​ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ສີ​ຈິ້ນ​ຜີ​ງ,ປະທານ​ປະ​ເທດ​ຈີນ​ແລະ​ທ່ານ​ໂດ​ນາດ ຕຣາມ,ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ຈັດການ​ພົບ​ປະ​​ຢ່າງ​ເປັນ​ທາງ​ການ​ຮອບ​ທີ2ລະຫວ່າງ​ປະມຸກ​ລັດ​ຈີນ​ແລະ​ອາ​ເມ​ລິ​ກາຢູ່​ສວນມາ​ອາລາ​ໂກ​ລັດ​ໂຟຼຣີດາ​ຂອງ​ອາ​ເມ​ລິ​ກາ.ປະມຸກ​ລັດ​​ຈີນ​​ແລະອາ​ເມ​ລິ​ກາ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທີ່​ສຳຄັນລະຫວ່າງ​ສອງ​ຝ່າຍ​,ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ.ສອງ​ຝ່າຍ​ເຫັນ​ວ່າ, ການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ​ຄັ້ງ​ນີ້​ມີ​ຄວາມ​ຕັ້ງໜ້າ​ແລະ​ມີ​ປະສິດທິ​ຜົນ​ສູງ. ສອງ​ຝ່າຍ​ເຫັນ​ດີ​ຮ່ວມ​ກັນ​ພະຍາຍາມ,​ເປີດ​ກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,​ແລະ​ຄວບ​ຄຸມ​ຄວາມ​ເຫັນ​ທີ່​ຂັດ​ແຍ້​ງກັນ​ບົນ​ພື້ນຖານ​ເຄົາລົບ​ເຊິ່ງກັນ​ແລະ​ກັນ.
 
ທ່ານ​ສີ​ຈິ້ນ​ຜີ​ງກ່າວ​ວ່າ,​ຈີນ​ແລະ​ອາ​ເມ​ລິ​ກາ​ເປັນ​ປະ​ເທດ​ຄູ່ການ​ຄ້າ​ໃຫຍ່​ອັນດັບ​ໜຶ່ງ​ເຊິ່ງກັນ​ແລະ​ກັນ,​ປະຊາຊົນ​ສອງ​ຊາດ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ຫຼວງ​ຫຼາຍ. ຈີນ​ພວມ​ຊຸກຍູ້​ການ​ປະຕິ​ຮູບ​ໂຄງ​ປະກອບ​ຝ່າຍ​ການ​ສະໜອງ, ​ເປີດ​ກວ້າງ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ​ເລື້ອຍໆ,​ຂະ​ແໜງ​ການ​ບໍລິການ​ກວມ​ເອົາ​ອັດຕາ​ສ່ວນຫຼາຍ​ຂຶ້ນ​ໃນ​ເສດຖະກິດ​ແຫ່ງ​ຊາດ. ​ເສດຖະກິດ​ຈີນ​ຈະ​ຮັກສາ​ທ່າ​ອ່ຽງພັດທະນາ​ທີ່​ດີ,​ຈີນ​ແລະ​ອາ​ເມ​ລິ​ກາ​ມີ​ອະນາຄົດ​ອັນ​ສົດ​ໃສ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ,​ສອງ​ຝ່າຍ​ຕ້ອງ​ກຳ​ແໜ້ນ​ໂອກາດ​ນີ້. ຈີນ​ຍິນ​ດີ​ຕ້ອນຮັບ​ອາ​ເມ​ລິ​ກາ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​​​ໃນ​ຂອບ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".
 


ທ່ານ​ສີ​ຈິ້ນ​ຜີ​ງກ່າວ​ເນັ້ນ​ວ່າ, ຈີນ​ຍິນ​ດີ​ຮ່ວມ​ກັບ​ອາ​ເມ​ລິ​ກາ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ປະຕິບັດ​ກົດໝາຍ, ຮ່ວມ​ກັນ​ຕໍ່ຕ້ານ​ກັບ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ດ້ວຍ​ທຸກ​ຮູບ​ການ. ສອງ​ຝ່າຍ​ຕ້ອງ​ນຳ​ໃຊ້​ກົນ​ໄກ​ສົນທະນາ​ດ້ານ​ການ​ປະຕິບັດ​ກົດໝາຍ​ແລະ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ, ຮ່ວມ​ກັນ​ຊຸກຍູ້​ແລະ​ສ້າງສາ​ອິນ​ເຕີ​ເນັດ​ທີ່​ສັນຕິພາບ, ປອດ​ໄພ,​ເປີດ​ກວ້າງ,ຮ່ວມ​ມື​ກັນ​ແລະ​ເປັນ​ລະບຽບ​ຮຽບຮ້ອຍ. ຈີນ​ພວມ​​ສຸມ​ກຳລັງຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ,​ຫວັງ​ວ່າ​ອາ​ເມ​ລິ​ກາ​ຈົ່ງ​ໃຫ້ການ​ປະສານ​ງານ​ແກ່​ຝ່າຍ​ຈີນ​ໃນ​ການ​ໄລ່​ລ່າ​ຜູ້​ໂຕນ​ໜີແລະ​ຂອງ​ກາງ.
 
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ