ຜູ້ຕາງໜ້າ​ຈີນ​ຮຽກຮ້ອງປ້ອງ​ກັນ​ບໍ່​ໃຫ້​ສະຖານະ​ການ​ຊີຣີຊຸດ​​ໂຊມ​ລົງ​ອີກ
2017-04-08 10:41:10  cri 

ວັນ​ທີ7​ເມສາ​ນີ້, ​ທ່ານ​ລິວ​ເຈ​ອີ,​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ຈີນ​​ມີຈຸດ​ຢືນຕະຫຼອດ​ມາ​ໃຫ້​ແກ້​ໄຂ​ຄວາມ​ຂັດ​ແຍ້ງສາກົນ​ດ້ວຍ​ການ​ສົນທະນາ​ແລະ​ປຶກສາ​ຫາລື​ກັນ. ວຽກ​ດ່ວນ​ໃນປັດຈຸບັນ​ຄື​ໃຫ້​ບັນດາ​ຝ່າຍ​ພະຍາຍາມ​ພ້ອມ​ກັນ, ປ້ອງ​ກັນ​ບໍ່​ໃຫ້​ສະຖານະ​ການ​ຊີຣີຊຸດ​​ໂຊມ​ລົງ​ອີກ.

ວັນ​ທີ7​ເມສາ​ນີ້, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ຈັດ​ກອງ​ປະຊຸມ​ກ່ຽວ​ກັບ​ບັນຫາ​ຊີຣີ. ທ່ານ​ລິວ​ເຈ​ອີ​ປະກອບ​ຄຳ​ເຫັນ​ໂດຍ​ກ່າວ​ວ່າ, ການ​ປະ​ທະ​ກັນ​ຢູ່​ຊີຣີ​ໄດ້​ເຮັດ​ໃຫ້​ສາມັນ​ຊົນ​ຜູ້​ບໍລິສຸດ​ຈຳນວນ​ຫຼວງ​ຫຼາຍ​ເສຍ​ຊີວິດ​ແລະ​ໄດ້​ຮັບ​ບາດ​ເຈັບ,​ຕ້ອງ​ແກ້​ໄຂ​ຢ່າງ​ເໝາະ​ສົມ​ດ້ວຍ​ການ​ສົນທະນາ​ແລະ​ປຶກສາ​ຫາລື​ກັນ, ​ເພື່ອ​ບັນລຸ​ການ​ສ້າງສາ​ຄືນ​ໃໝ່​ໂດຍ​ໄວ.

ທ່ານ​ກ່າວ​ຕື່ມ​ວ່າ, ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ຢູ່​ບາງທ້ອງຖິ່ນຂອງ​ຊີ​ຣີ, ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ໄດ້​ມີ​ສະພາບ​ການ​ໃໝ່​ທີ່​ສັບສົນ. ປະຊາ​ຄົມ​ໂລກ​ຕ້ອງ​ມີ​ສະຕິ​ລະວັງ​ຕົວ​ໃນ​ລະດັບ​ສູງ​ຕໍ່​ການ​ປ່ຽນ​ແປງ​ທີ່​ກ່ຽວ​ຂ້ອງ, ຍຶດໝັ້ນ​ມາດຕະຖານ​ທີ່​ເປັນ​ເອກະ​ພາບ​ກັນ, ຕໍ່ຕ້ານ​ກຸ່ມ​ກໍ່​ການ​ຮ້າຍ​ທັງ​ໝົດ​ທີ່​ຈັດ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ຂອງ​ສະຫະ​ປະຊາ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ