ບຼູ​ໄນໄລ່​ຜູ້​ຕ້ອງ​ຫາ​ສັນຊາດ​ອິນ​ໂດ​ເນ​ເຊຍ4ຄົນ​ທີ່​ມີ​ສ່ວນ​ກ່ຽວ​ພັນ​ກັບ​ກຸ່ມIS
2017-04-08 15:05:33  cri 

ສື່​ບຼູ​ໄນ​ລາຍ​ງານ​​ໃນ​ວັນທີ7​ເມສາ​ນີ້​ວ່າ,​ຜູ້​ຕ້ອງ​ຫາ​ສັນຊາດ​ອິນ​ໂດ​ເນ​ເຊຍ4ຄົນ​ຖືກ​ສົງ​ໄສ​ມີ​ສ່ວນ​ຮ່ວມ​​ໃນ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ລັດທິ​ຫົວ​ຮຸນ​ແຮງ​ຂອງ​ກຸ່ມIS, ຈຶ່ງ​ຖືກ​ລັດຖະບານ​ບຼູ​ໄນ​ຈັບ​ຕົວ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ​ແລະ​ຖືກ​​ໄລ່​ອອກ​ຈາກ​ບຼູ​ໄນ​ຢ່າງ​ຖາວອນ.

​ລາຍ​ງາຍ​ຂ່າວ​ໄດ້ອ້າງ​ຕາມ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ​ຂອງ​ກົມ​ຄວາມ​ປອດ​ໄພ​ພາຍ​ໃນ​ປະ​ເທດ​ບຼູ​ໄນ​ໂດຍ​ກ່າວ​ວ່າ, ​ໃນ​ເດືອນ​ກຸມພາ​ປີ​ນີ້,​ກົມ​ດັ່ງກ່າວ​ໄດ້​ປະສານ​ງານ​ກັບ​ອົງການ​ສືບ​ຂ່າວ​ແລະ​ອົງການ​ປະຕິບັດ​ກົດໝາຍ​ຂອງ​ບຼູ​ໄນ​ເພື່ອ​ຮ່ວມ​ກັນ​​ດຳ​ເນີນ​ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ, ຜູ້​ຕ້ອງ​ຫາ4ຄົນ​ດັ່ງກ່າວ​ຖືກ​ຈັບ​ຕົວ, ​ແລະ​ຖືກ​ໄລ່​ອອກ​ຈາກບຼູ​ໄນ ຍ້ອນ​ມີ​ສ່ວນ​ກ່ຽວ​ພັນ​ເຖິງ​ການ​ເຜີ​ຍ​ແຜ່​ແນວ​ຄິດ​ຫົວ​ຮຸນ​ແຮງ​ຂອງ​ກຸ່ມIS.

ຖະ​ແຫຼ​ງການ​ສະບັບ​ນີ້ຍັງ​ກ່າວ​ວ່າ, ​ເຫດການ​ດັ່ງກ່າວສະ​ແດງ​ໃຫ້​ເຫັນ​ວ່າ​ຢູ່​ພາຍ​ໃນ​ປະ​ເທ​ດບຼູ​ໄນ​ມີ​ໜໍ່​ແໜງ​ທີ່​ມີ​ການ​ເຄື່ອນ​ໄຫວ​ຂອງ​ລັດທິ​ຫົວ​ຮຸນ​ແຮງ​ແລະ​ລັດທິ​ກໍ່​ການ​ຮ້າຍ, ຈຶ່ງ​ເຕືອນ​ໃຫ້​ລັດຖະບານ​ແລະ​ປະຊາຊົນ​ຈົ່ງ​ເພີ່ມ​ສະຕິ​ລະ​ວັງ​ຕົວ​ໃຫ້​ສູງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ