ພິທີ​ເປີດ​ຕົວ​ປື້​ມ"ສີ​ຈິ້ນ​ຜີ​ງ: ຍຸດ​ທະ​ສາດ​ບໍລິຫານ​ປະ​ເທດ" ສະບັບ​ພາສາ​ໄທ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ບາງກອກ
2017-04-08 15:08:30  cri 
ວັນ​ທີ7​ເມສາ​ນີ້, ພິທີ​ເປີດ​ຕົວ​ປື້​ມ"ສີ​ຈິ້ນ​ຜີ​ງ: ຍຸດ​ທະ​ສາດ​ບໍລິຫານ​ປະ​ເທດ​" ສະບັບ​ພາສາ​ໄທ​ໄດ້​ຈັດ​ຂຶ້ນ​ຢູ່ຫໍ​ລັດຖະສະພາ​ໄທ​ທີ່​ນະຄອນຫຼວງ​ບາງກອກ. ທ່ານ​ພອນ​​ເພັດ ວິຊິດ​ຊົນລະ​ໄຊ, ປະທານ​ສະພາ​ນິຕິບັນຍັດ,ທ່ານ​ຈຽງ​ຈ້ຽນຫົວ,​ຫົວໜ້າ​ຫ້ອງການ​ຖະ​ແຫຼ​ງຂ່າວ​ຄະນະ​ລັດຖະບານ​ຈີນ​ແລະ​ແຂກ​ອື່ນໆ​ໄດ້​ເຂົ້າ​ຮ່ວມ.

ທ່ານ​ພອນ​ເພັດ​ກ່າວ​ວ່າ, ​ປື້​ມ"ສີ​ຈິ້ນ​ຜີ​ງ: ຍຸດ​ທະ​ສາດ​ບໍລິຫານ​ປະ​ເທດ​"​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ແນວ​ຄິດ​ປັດ​ຊະ​ຍາ​ບໍລິຫານ​ປະ​ເທດ,ວິ​ໄສ​ທັດ​ທີ່​ຍາວ​ໄກ​ຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜີ​ງ. ຫວັງ​ວ່າການ​ພິມ​ຈຳໜ່າຍ​ປື້​ມສະບັບ​ພາສາ​ໄທ​ນີ້, ຈະ​​​​ເຮັດ​ໃຫ້​ວົງ​ການ​ຕ່າງໆ​ຂອງ​ໄທເພີ່ມ​ທະວີ​ຄວາມ​ຮັບ​ຮູ້​ແລະ​ຄວາມ​ເຂົ້າ​ໃຈ​ຕໍ່​ຈີນ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ທັງ​ຊຸກຍູ້​ມິດຕະພາບ​ໄທ​ຈີນ​ໃຫ້​ໝັ້ນຄົງ​ຂະໜົງ​ແກ່ນຊົ່ວ​ກາລະ​ນານ.

ທ່ານ​ຈຽງ​ຈ້ຽນກົວ​ຊີ້​ອອກ​ວ່າ,​​ເມື່ອ​ອ່ານ​ປື້ມນີ້,​ຈະ​ສັງ​ເກດ​ເຫັນ​ວ່າ, ​ໃນ​ແນວ​ຄິດ​ບໍລິຫານ​ປະ​ເທດ​ຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜີ​ງ, ມີ​ຈິດ​ໃຈ​ວັດທະນະທຳ​ທີ່​ເຂັ້ມ​ຂຸ້ນ, ​ເຊິ່ງຈິດ​​ໃຈ​ແນວ​ນີ້​ມາກ​ຈາກ​ການ​ຮັກຫອມ​ຄ່າ​ນິຍົມ​ອັນ​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ປະຊາ​ຊາດ​ຈີນ, ມາ​ຈາກ​ຄວາມ​ໝັ້ນ​ໃຈ​ຢ່າງ​ສູງ​ຕໍ່​ວັດທະນະ​ທຳທີ່​ກ້າວໜ້າ​ຂອງ​ສັງຄົມ​ນິຍົມ​ຈີນ,ທັງ​​ເປັນ​ການ​ເຄົາລົບ​ຕໍ່​ໝາກຜົນ​ສິວິ​ໄລ​ອັນ​ດີ​ເດັ່ນ​ທັງ​ໝົດ​ຂອງ​ມວນ​ມະນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ