CRI ​​ເຂົ້າຮ່ວມກິດຈະກຳ​ ປ່າ​ໄມ້​​ມິດຕະພາບ​ຈີນ-​ຕ່າງປະ​ເທດ 2017
2017-04-08 15:44:55  cri 
ວັນທີ 7 ​ເມສາ​ນີ້, ກົມ​ໃຫ່ຍ ​ຖະ​ແຫລງຂ່າວ, ການ​ພິມ​ຈຳໜ່າຍ, ຮູບ​ເງົາ, ວິທະຍຸ​ ແລະ ໂທລະພາບ ​ແຫ່ງ​ປະ​ເທດ​ຈີນ ​ໄດ້​ຈັດ ກິດຈະກຳ​ ປ່າ​ໄມ້​​ມິດຕະພາບ​ຈີນ-​ຕ່າງປະ​ເທດ ຄັ້ງທີ 14, 2017 ຂຶ້ນ ພາຍ​ໃຕ້​ຫົວ​ຂໍ້ ປູກ​ສີຂຽວ​ໄດ້ຮັບມິດຕະພາບ ທີ່​ບ້ານ ​ເຫວີຍ​ຊານ​ຈົວ ເຂດຕ້າ​ຊິ່ງ ນະຄອນຫລວງ​ປັກ​ກິ່ງ, ໂດຍ​ມີ ​ພະນັກ​ງານ ແລະ ບັນດາ​ຊ່ຽວຊານ​ຕ່າງປະ​ເທດ ​ ​ຈາກ ວິທະ​ຍຸ​ສາກົນ​​ແຫ່ງປະ​ເທດ​ຈີນ ຫລື CRI, CCTV ແລະ ພາກ​ສ່ວນ​ຕ່າງໆ ພອ້ມດວ້ຍການ​ນຳ​ເຂດຕ້າ​ຊິ່ງ ນະຄອນຫລວງ​ປັກ​ກິ່ງ 100 ກວ່າ​ຄົນ​​​ເຂົ້າຮ່ວມ.


ປີນີ້ ​ເປັນ​ປີ​ທີ 14 ຂ​ອງ ກິດຈະກຳ​ ປ່າ​ໄມ້​​ມິດຕະພາບ​ຈີນ-​ຕ່າງປະ​ເທດ,ຈຸດປະສົງ​ຕົ້ນຕໍ​​​ເພື່ອ​ສ້າງ​ຄວາມ​ສາ​ມັກ​ຄີ ​ແລະ ​ເຂົ້າ​ອົກ​ເຂົ້າ​ໃຈ​ກັນ ລະຫວ່າງ ກົມ​ໃຫ່ຍ ຖະ​ແຫລງຂ່າວ, ການ​ພິມ​ຈຳໜ່າຍ, ຮູບ​ເງົາ, ວິທະຍຸ,​ ​ແລະ ໂທລະພາບ ​ແຫ່ງ​ປະ​ເທດ​ຈີນ ​ແລະ ບັນດາ​ທູ​ຕະນຸ​ທູດ, ຊ່ຽວຊານ​​ຕ່າງປະ​ເທດ​ປະຈຳ ສປ ຈີນ ກໍ່ຄື ສື່​ມວນ​ຊົນ​ຈາກ​ພາກສ່ວນຕ່າງໆ, ​ເຫັນ​ຄວາມ​ສຳຄັນ​ໃນ​ການ​ປູກ​ຕົ້ນ​ໄມ້​ໃຫ້​ເປັນ​ປ່າ ​ເພື່ອພອ້ມກັນ​ປົກ​ປັກຮັກສາ​ສິ່ງ​ແວດ​ລອ້ມ, ຮັກສາ​ຄວາມ​ສົມ​ດູ​ນທາງ​ທຳ​ມະ​ຊາດ,​ເຮັດ​ໃຫ້ ນະຄອນຫລວງ​ປັກ​ກິ່ງກາຍ​ເປັນ​ນະ​ຄອນ​ສີຂຽວ ທັງ​​ເປັນ​ການ​ສ້າງ​ສະພາບ​ແວດ​ລອ້ມທີ່ດີ ​​ໃຫ້​ແກ່ປະຊາຊົນ ຢູ່​ເຂດ​​ໃກ້​ຄຽງ ໂຄງ​ການກໍ່ສ້າງ​ສະໜາມບິນສາ​ກົນ​ແຫ່ງ​ໃໝ່ ນະຄອນຫລວງ​ປັກ​ກິ່ງທີ່​ຈະ​ສຳ​​ເລັດ​​ໃນ​ປີ 2019 ອີກ​ດວ້ຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ