ກອງ​ປະຊຸມລັດຖະມົນຕີ​ກະຊວງ​ການ​ເງິນ​ແລະຜູ້​ວ່າການ​ທະນາຄານ​ສູນ​ກາງອາ​ຊຽນກ່າວ​​​ເນັ້ນປ້ອງກັນລັດທິປົກ​ປ້ອງ​ການ​ຄ້າ
2017-04-08 15:10:22  cri 
ວັນ​ທີ 7 ​ເມສານີ້, ກອງ​ປະຊຸມລັດຖະມົນຕີ​ກະຊວງ​ການ​ເງິນ​ແລະຜູ້​ວ່າການ​ທະນາຄານ​ສູນ​ກາງອາ​ຊຽນ​ໄດ້​ອັດ​ລົງ​ຢູ່​ແຂວງ​ເຊ​ບູປະ​ເທດ​ຟິລິບ​ປິນ, ​​ແລະໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ ​ເຊັ່ນ ຊຸກຍູ້​ເສດຖະກິດ​ພາກ​ພື້ນ​ອາ​ຊຽນ​ໃຫ້​​ເພີ່ມ​ຂຶ້ນ, ປ້ອງ​ກັນ​ຄວາມ​ສ່ຽງຍ້ອນ​ລັດທິປົກ​ປ້ອງ​​ການ​ຄ້າ ຮັບປະກັນ​ໃຫ້ປະຊາຊົນ​ຂອງ​ພາກ​ພື້ນ​ຕົນ​ສາມາດ​ນຳ​ໃຊ້ໝາກຜົນ​​ແຫ່ງ​ການ​ພັດທະນາ​ເສດຖະກິດ​ຮ່ວມ​ກັນ ​ແລະ​ອື່ນໆ.

ລັດຖະມົນຕີ​ກະຊວງ​ການ​ເງິນ​ແລະຜູ້​ວ່າການ​ທະນາຄານ​ສູນ​ກາງອາ​ຊຽນ​ໄດ້​​ຖະ​ແຫຼ​ງ​ຮ່ວມ ຫຼັງກອງ​ປະຊຸມ​ວ່າ, ​​ໂດຍຜະ​ເຊີນກັບ​ສະພາບ​ການ​ໃນ​ປັດຈຸບັນຂອງ​ໂລກ​ທີ່​ລັດທິປົກ​ປ້ອງ​​​ການ​ຄ້າ​ເງີຍ​ຫົວຂຶ້ນ, ອາ​ຊຽນຍັງ​ຈະ​ຊຸກຍູ້​ເປົ້າໝາຍສ້າງຕັ້ງ​ເປັນ​ກຸ່ມ​ເສດຖະກິດ​ທີ່​ເປັນ​ເອກະ​ພາບ​ກັນ ສາມັກຄີ​ກັນ​ ​ແລະ​​ແຂງແຮງຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ.

ຖະ​ແຫຼ​ງການ​ຊີ້​ອອກ​ວ່າ, ອາ​ຊຽນຈະ​ສືບ​ຕໍ່​ຊຸກຍູ້​ໃຫ້​ເສດຖະກິດ​​ເຕີບ​ໂຕຂຶ້ນ, ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ດ້ານການ​ທະນາຄານ, ຊຸກຍູ້​ໃຫ້ການ​ທະນາຄານມີຄວາມ​ໝັ້ນຄົງ, ນຳ​ໃຊ້​ນະ​ໂຍບາຍ​ການ​ເງິນ​ແລະເງິນຕາ​ທີ່​ຄ່ອງ​​ແຄ້ວ​ແລະ​ມາດ​ຕະການ​ຄຸ້ມ​ຄອງ​ມະຫາ​ພາບ​ທີ່​ລະມັດລະວັງ, ​ເພື່ອ​ບັນລຸ​​ເປົ້າໝາຍຊຸກຍູ້​ການ​ພັດທະນາ​ເສດຖະກິດ​ພາກ​ພື້ນ​ແຫ່ງ​ນີ້​ຢ່າງ​ເລິກ​ເຊິ່ງ.

ຖະ​ແຫຼ​ງການ​ກ່າວ​ວ່າ, ປັດຈຸບັນ ການ​ພັດທະນາ​ເສດຖະກິດ​ອາ​ຊຽນມີ​ທ່າ​ແຮງ​ອັນ​ພົ້ນ​ເດັ່ນ, ຄວາມ​ຕ້ອງການພາຍ​ໃນ​ຈະ​ສືບ​ຕໍ່​​ເປັນ​ກຳລັງທີ່​ສຳຄັນ​ໃນ​ການຊຸກຍູ້​ການ​ເຕີບ​ໂຕຂອງ​ເສດຖະກິດ​ພາກ​ພື້ນ, ການ​ປະຕິ​ຮູບ​ເສດຖະກິດ, ການກະ​ຕຸ້ນ​ລາຍ​ຈ່າຍ​ສາທາລະນະ​ແລະ​ການ​ ​ເງິນ ກໍ​ຈະ​ຍົກ​ສູງ​ລະດັບ​ການ​ລົງທຶນ​ຂອງ​ພາກ​ພື້ນ. ​ແຕ່​ຂະນະ​ດຽວ​ກັນ ກໍ​ຕ້ອງ​ເບິ່ງ​ເຫັນ​ວິ​ກິດ​ການ​ທີ່​ລີ້​ຊອນ​ຢູ່​ ຍ້ອນ​ລັດທິປົກ​ປ້ອງ​​ການຄ້າ​ເງີຍ​ຫົວ​ຂຶ້ນ​ ແລະ​ນະ​​ໂຍບາຍ​ອັດຕາ​ດອກ​ເບ້ຍຫັນ​ເປັນປົກກະຕິ​, ພ້ອມ​ທັງການ​ພັດທະນາ​ທາງ​ການ​ເມືອງພູມີພາກ ​ອາດ​ຈະ​ກະທົບ​ເຖິງ​ຄວາມ​ຟື້ນ​ຕົວ​ຄືນ​ຂອງ​ເສດຖະກິດ​ທົ່ວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ