ຣັດ​ເຊຍ​ຈະ​ເຊົາ​ໃຊ້​ສາຍດ່ວນລະຫວ່າງຣັດ​ເຊຍ ອາ​ເມ​ລິ​ກາ​ກັບ​ຊີຣີ
2017-04-08 15:48:32  cri 
ວັນ​ທີ 7 ​ເມສາ​ນີ້, ທ່ານ​ອິ​ໂກ ​ໂຄ​ນາ​ເຊັນ​ກົຟ ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ກ່າວ​ວ່າ, ຣັດ​ເຊຍ​ຈະ​ເຊົາ​ໃຊ້​ສາຍດ່ວນ​ລະຫວ່າງຣັດ​ເຊຍ ອາ​ເມ​ລິ​ກາ​ກັບ​ຊີຣີ​ແຕ່​ເວລາ 0 ໂມງ​ວັນ​ທີ 8 ​ເມສາ​ນີ້​ເປັນຕົ້ນ​ໄປ.

ຕາມ​ຂ່າວ​ຈາກ​ຂ່າວສານຣັດ​ເຊຍ​ໃນ​ມື້​ນີ້​ວ່າ, ຫວ່າງ​ມໍ່ໆ​ນີ້ ​ວັງ​ແກຼັມ​ແລງ​ເຄີຍ​ກ່າວ​ວ່າ, ຫຼັງ​ລູກ​ສອນ​ໄຟ​ນຳ​ວິຖີ​ຂອງກອງທະຫານ​ອາ​ເມ​ລິ​ກາຫຼອນ​ໂຈມ​ຕີ​ຖານ​ທັບ​ອາກາດ​ແຫ່ງ​ໜຶ່ງ​ຂອງ​ຊີຣີ, ສາຍດ່ວນ​ນີ້​ໄດ້ສູນ​ເສຍ​ຄວາມ​ໝາຍ​ແລ້ວ, ສ່ວນກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ພັດ​ກ່າວ​ວ່າ, ການສົນທະນາ​ກັນ​ໂດຍ​ຜ່ານ​ສາຍດ່ວນ​ນີ້​​ແມ່ນ​ມີ​ປະ​ໂຫຍ​ດຕໍ່​ທັງ​ສອງ​ຝ່າຍ, ຫວັງ​ວ່າ​ສອງ​ຝ່າຍ​ຈະສືບ​ຕໍ່​ຕິດ​ຕໍ່​ກັນ​ພາຍ​ໃນ​ຂອບ​ເຂດ​ດັ່ງກ່າວ​ນີ້.

ຕອນ​ຂ້ອນ​ແຈ້ງ​ວັນ​ທີ 7 ​ເມສາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນຂອງ​ຊີຣີ, ກ່ຳ​ປັ່ນ​ຮົບ​ຂອງ​ອາ​ເມ​ລິ​ກາ​ຢູ່​ທະ​ເລ Mediterranean ໄດ້​ຍິງ​ລູກ​ສອນ​ໄຟລາດຕະ​ເວນ Tomahawk 59 ລູກ​ໃສ່​ຖານ​ທັບ​ທະຫານ​ອາກາດ​ຂອງ​ລັດຖະບານ​ຊີຣີ. ວັນ​ທີ 7 ​ເມສາ​ນີ້ ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ໄດ້​ຕິຕຽນ​ການ​ກະທຳ​ດັ່ງກ່າວ​ຂອງ​ອາ​ເມ​ລິ​ກາ ​ໂດຍ​ກ່າວ​ວ່າ, ມັນ​ມີແຕ່​​ເປັນ​ການ​ຍຸຍົງພວກ​ກໍ່​ການ​ຮ້າຍ, ​ແລະ​ທຳລາຍ​ການ​ພົວພັນ​ລະຫວ່າງຣັດ​ເຊຍ​ກັບ​ອາ​ເມ​ລິ​ກາ​ເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ