ຈີນ​ກ່າວປະນາມ​ເຫດ​ການ​​ໂຈມ​ຕີ​ດ້ວຍ​ຄວາມ​ຮຸນ​ແຮງ​ຢູ່​ຊູ​ແອັດ
2017-04-09 15:04:02  cri 
ທ່ານ​ນາງ​ຮວາ​ຊຸນ​ຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຢືນຢັນ​ໃນ​ເວລາ​ຕອບ​ຄຳ​ຖາມ​ກ່ຽວຂ້ອງຂອງ​ນັກ​ຂ່າວ​​ໃນ​ວັນ​ທີ 8 ​ເມສາ​ນີ້​ວ່າ: ຈີນ​ກ່າວ​ປະນາມ​ຢ່າງຮຸນ​ແຮງ​ຕໍ່​ເຫດການ​ຫຼອນ​ໂຈມ​ຕີ​ດ້ວຍ​ຄວາມຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ນະຄອນຫຼວງ​ສະ​ໂຕກ​ໂຄມ​ປະ​ເທດ​ຊູ​ແອັດ​ເມື່ອ​ວັນ​ທີ 7 ​ເມສາ​ນີ້ ​ແລະ​ສະ​ແດງ​ຄວາມ​​ໄວ້ອາ​ໄລ​ຢ່າງ​ສຸດ​ຊຶ້ງຕໍ່​ຜູ້​ເສຍ​ຊີວິດ ທັງ​ສະ​ແດງ​ຄວາມ​ເຫັນ​ໃຈ​ຢ່າງ​ຈິງ​​ໃຈ​ຕໍ່​ຜູ້​ບາດ​ເຈັບ​ພ້ອມ​ດ້ວຍ​ຄອບຄົວ​ຜູ້​ເສຍ​ຊີວິດ.

ຕາມ​ຂ່າວ​ແຈ້ງວ່າ: ຕອນ​ບ່າຍ​ວັນ​ທີ 7 ​ເມສາ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ, ຢູ່​ໃຈກາງ​ນະຄອນຫຼວງ​ສະ​ໂຕກ​ໂຄມ, ລົດ​ບັນທຸກ​ສິນຄ້າ​ຄັນ​ໜຶ່ງ​ໄດ້​ບຸກ​ໃສ່​ກຸ່ມ​ຄົນ​ໂດຍ​ຕຳ​ຄົນ​ສັນຈອນ ​ເຊິ່ງ​ເຫດ​ດັ່ງກ່າວ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 4 ຄົນ, 15 ຄົນ​ໄດ້​ຮັບ​ບາດ​ເຈັບ, ​ໃນ​ນີ້ 9 ຄົນ​ບາດ​ເຈັບ​ສາຫັດ.

ທ່ານ​ນາງ​ຮວາ​ຊຸນ​ຢິງຢືນຢັນ​ວ່າ ທ່ານ​ສີ​ຈິ້ງ​ຜິ​ງ ປະທານ​ປະ​ເທດ​ຈີນ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດ​ຖະມົນຕີ​ຈີນ​ແລະ​ທ່ານ​ຫວາງ​ຢີ້ ລັດ​ຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຕ່າງ​ກໍ​ໄດ້​ສົ່ງ​ໂທລະ​​ເລກ​ສະ​ແດງຄວາມ​ເຫັນ​ໃຈ​ໄປ​ຍັງ​ຜູ້ນຳ​ຊູ​ແອັດ ​ແລະ​ຈີນ​ຍິນ​ດີ​ພະຍາຍາມ​ຮ່ວມ​ກັບ​ຊູ​ແອັດ​ເພື່ອ​ປົກ​ປັກຮັກສາ​ສະຖຽນ​ລະ​ພາບ​ແລະ​ຄວາມ​ໝັ້ນຄົງ​ຂອງ​ສອງ​ປະ​ເທດ​ກໍ​ຄື​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ