ນັກວິຊາການ​ຫຼາຍ​ປະ​ເທດ​ຕີ​ລາຄາ​ສູງ​ຕໍ່​ກາ​ນພົບ​ປະ​ຂອງ​ປະມຸ​ກລັດ​ຈີນ-ອາ​ເມ​ລິ​ກາ​ຢູ່​ມາ​ອາລາ​ໂກ
2017-04-09 15:15:09  cri 
​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີອາເມລິກາ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານທຣຳຢູ່ມາອາລາໂກ ລັດຟລໍຣິດາ ສະຫະລັດ​ອາ​ເມ​ລິ​ກາ​ແຕ່​ວັນ​ທີ 6 ຫາ​ວັນ​ທີ 7 ​ເມສາ​ນີ້​ໂດຍ​ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ແລກປ່ຽນ​ຄວາມ​​ເຫັນ​ກ່ຽວ​ກັບ​ສາຍ​ພົວພັນ​ຈີນ-ອາ​ເມ​ລິ​ກາ​ແລະ​ບັນຫາ​ສຳຄັນ​ໃນ​ສາກົນ​ແລະ​ພາກ​ພື້ນ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃ​ຈຮ່ວມ​ກັນ ທັງ​ໄດ້​ບັນລຸ​ຄວາມ​​ເປັນ​ເອກະ​ພາບ​ກັນ​ຫຼາຍ​ປະການ.

ການ​ພົບ​ປະ​ຄັ້ງ​ນີ້​ເປັນ​ການ​​ທຳຄວາມ​ເຂົ້າ​ໃ​ຈ​ຢ່າງ​ໃກ້ຊິດ​ເທື່ອ​ທຳ​ອິດ​ລະຫວ່າງ​ປະມຸກ​ລັດ​ຈີນ-ອາ​ເມ​ລິ​ກາຫຼັງ​ຄະນະ​ລັດຖະບານ​ອາ​ເມ​ລິ​ກາ​ຊຸດ​ໃໝ່ຂຶ້ນ​ຮັບ​ຕຳ​ແໜ່​ງ ​ເຊິ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ກວ້າງຂວາງ. ຈາກ​ນີ້, ຊ່ຽວຊານ​ແລະນັກວິຊາການ​ຂອງ​ຫຼາຍ​ປະ​ເທດ​ເຫັນ​ວ່າ ຜ່ານ​ຈາກ​ການ​ພົບ​ປະ​ຄັ້ງ​ນີ້, ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ ​ແລະ​ໄດ້​ສ້າງສາ​ຍພົວພັນ​ເຮັດ​ວຽກ​ ​ແລະ​ມິດຕະພາບ​ສ່ວນ​ຕົວ​ທີ່​ດີ ທັງ​ໄດ້​ຊີ້​ທິດ​ທາງ​ອັນ​ຈະ​ແຈ້ງ​ໃຫ້​ແກ່​ການ​ພັດທະນາ​ສາຍ​ພົວພັນ​ຈີນ-ອາ​ເມ​ລິ​ກາ.

ທ່ານ​ໂຣ​ເບີດ ​ໂຮ​ມັສ ອະດີດ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​,ຮອງ​ປະທານ​ບໍລິສັດກິດ​ຊິງ​ເກີ​ອາ​ເມ​ລິ​ກາ​ເຫັນ​ວ່າ ຜ່ານ​ຈາກ​ການ​ພົບ​ປະ​ຄັ້ງ​ນີ້, ຜູ້ນຳ​ສອງ​ປະ​ເທດ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ແບບ​ເຊີ້ງ​ໜ້າກ່ຽວ​ກັບ​ສາຍ​ພົວພັນ​ສອງ​ຝ່າຍ​ແລະ​ບັນຫາ​ສຳຄັນ​ໃນ​ສາກົນ​ແລະ​ພາກ​ພື້ນ ​ເຊິ່ງ​ໄດ້​ກຳ​ນົດທິດ​ທາງ​ຂະຫຍາຍຕົວ​ຂອງ​ສາຍ​ພົວພັນ​ອາ​ເມ​ລິ​ກາ-ຈີນ​ໃນ​ໄລຍະ​ໃໝ່ ທັງ​ໄດ້​ສ້າງສາ​ຍພົວພັນ​ສ່ວນ​ຕົວ​ທີ່​ດີ​ອີກ​ດ້ວຍ.

ທ່ານ ອາ​ເລັກ​​ເຊ ມາສລົຟ ຫົວໜ້າ​ຫ້ອງການຄົ້ນຄວ້າ​​​ແລະສຶກສາວິທະຍາ​ຕາ​ເວັນ​ອອກ​ມະຫາວິທະຍາ​ໄລ​ເສດຖະສາດຣັດ​ເຊຍ​ກ່າວ​ວ່າ: ການ​ພົບ​ປະ​ຄັ້ງ​ນີ້​ຈະ​ສ້າງ​ການ​ເລີ່​ມຕົ້ນ​​ໃໝ່​ທີ່​ດີ​ໃຫ້​ແກ່​ສາຍ​ພົວພັນ​ຈີນ-ອາ​ເມ​ລິ​ກາ ​ໂດຍ​ຜູ້ນຳ​ສອງ​ປະ​ເທດ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ທ່າ​ທີ​ຍິນ​ດີ​ສົນທະນາ​ກັນ ນີ້​ຄື​ພື້ນຖານ​ທີ່​ດີ​ສຳລັບ​ການ​ແລກປ່ຽນ​ຄວາມ​ເຫັນ​ເພື່ອ​ສະ​ແຫວ​ງຫາ​ຄວາມ​ເປັນ​ເອກະ​ພາບ​ກັນ. ການ​ທີ່​ສາຍ​ພົວພັນ​ຈີນ-ອາ​ເມ​ລິ​ກາ​ຂະຫຍາຍຕົວ​ຢ່າງ​ປອດ​ໃສ​ໃນ​ໄລຍະ​ຍາວ​ມີຄວາມ​ໝາຍ​ສຳຄັນ​ຕໍ່​ທົ່ວ​ໂລກ, ຈາກ​ນີ້, ທຸກການ​ເຄື່ອນ​ໄຫວ​ຂອງ​ສອງ​ປະ​ເທດ​ຈິ່ງ​ສົ່ງ​ຜົນ​ສະທ້ອນ​ຕໍ່ການ​ຄ້າ​, ການ​ທະນາຄານ​ສາກົນ​ກໍ​ຄື​ຄວາມ​ໝັ້ນຄົງ​ຂອງ​ສະຖານະ​ການ​ທາງ​ການ​ເມືອງ​ສາກົນ.

ທ່ານ​ດາ​ວິດ ​ໂກ​ເຊັດ ຊ່ຽວຊານ​ບັນຫາ​ສາກົນ​ຂອງ​ຝະຣັ່ງ, ຜູ້​ກໍ່​ຕັ້ງ​ເວທີ​ປຶກສາ​ຫາລື​ຈີນ-​ເອີຣົບກ່າວ​ວ່າ​: ການ​ພົບ​ປະລະ​ຫວ່າງຜູ້ນຳ​ຈີນ-ອາ​ເມ​ລິ​ກາໄດ້​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ມີ​ຄວາມ​ຕັ້ງໜ້າ​ແລະທິດ​ແທດ​ຕົວ​ຈິງ ​ເຊິ່ງ​ເປັນ​ສິ່ງ​ທີ່​ຂາດ​ບໍ່​ໄດ້​ສຳລັບ​ການ​ພັດທະນາ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຕໍ່ໜ້າ.

ທ່ານ​ຫຼີ​ເຢິນລຽງ ຊ່ຽວຊານ​ບັນຫາ​ສາກົນ​ຂອງສະ​ຖາ​ບັນ​ບັນດິດ​ພັດທະນະ​ບໍລິຫານ​ສາດແຫ່ງ​ຊາດ​ໄທ​​ໄດ້​ເອົາ​ໃຈ​ໃສ່​ວ່າ ປະທານ​ປ​ະ​ເທດ​ສີ​ຈິ້ນຜິ​ງ​ເນັ້ນ​ວ່າ ຈີນ​ຍິນ​ດີ​ຕ້ອນຮັບ​ອາ​ເມ​ລິ​ກາ​​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ໃນ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​​ເສັ້ນທາງ". ທ່ານ​ຫຼີ​ເຢິນລຽງ​ເຫັນ​ວ່າ: ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ມີ​ໂອກາດ​ຢ່າງຫຼວງຫຼາຍ ​ເຊິ່ງຄື​ດັ່ງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ໄດ້​ສະ​ເໜີ​ອອກ​ມາ​ວ່າ ຊຸກຍູ້​ການ​ເຈລະຈາ​ສັນຍາ​ການ​ລົງທຶນ​ສອງ​ຝ່າຍ, ສົ່ງ​ເສີມ​ການ​ຄ້າ​ແລະ​ການ​ລົງທຶນ​ສອງ​ຝ່າຍ​ໃຫ້​ຂະຫຍາຍຕົວ​ຢ່າງ​ປອດ​ໃສ ທັງ​ຄົ້ນ​ຄວ້າ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ພະລັງງານ​ແລະ​ຂົງ​ເຂດ​ອື່ນໆ. ທັງໝົດ​ເຫຼົ່າ​ນີ້ລ້ວນ​ແຕ່​​ແມ່ນທິດ​ທາງ​ການ​ຮ່ວມ​ມື​ຈີນ-ອາ​ເມ​ລິ​ກາ​ໃນ​ຕໍ່ໜ້າ.

ທ່ານ​ປາຕຣິກ ມາ​ລູຄີ ນັກວິຊາການ​ວິທະຍາ​ການ​ຕ່າງປ​ະ​ເທດ​ມະຫາວິທະຍາ​ໄລ​ໄນ​ໂຣບີ​ປະ​ເທດ​ເຄັນ​ຢາ​ກ່າວ​ວ່າ: ຜູ້​ນຳ​ສອງ​ປະ​ເທດ​ຈີນ-ອາ​ເມ​ລິ​ກາ​ລ້ວນ​ແຕ່​ຢືນຢັນ​ວ່າ ການ​ພົບ​ປະ​ຄັ້ງ​ນີ້​ໄດ້​ຮັບ​ໝາກຜົນ​ທີ່​ດີ​ແລະ​ອຸດົມສົມບູນ, ທັງ​ສອງ​ປະ​ເທດ​ມີໜ້າ​ທີ່​ຮັບຜິດຊອບ​ຮ່ວມ​ໃນ​ການ​ປົກປັກ​ຮັກສາ​ສັນຕິພາບ,ສະຖຽນ​ລະ​ພາບ​ຂອງ​ໂລກ, ສົ່ງ​ເສີມ​ການ​ພັດທະນາ​ກ້າວໜ້າ​ຂອງ​ມວນ​ມະນຸດ​ແລະ​ອື່ນໆ, ການ​ເພີ່​ມທະວີ​ການ​ສົນທະນາ​ແລະ​ການ​ຮ່ວມ​ມື​ຄື​ທາງ​ເລືອກ​ທີ່​ຖືກຕ້ອງ​ພຽງ​ດຽວ​ຂອງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ