ນາງ ວານີພອນ ພູມີໄຊ ໄດ້ເປັນນາງສາວນະຄອນຫຼວງວຽງຈັນ ປະຈໍາ ພສ 2560 ແລະ ກວດເອົາ 4 ລາງວັນໃນເວທີປະກວດ
2017-04-09 15:52:40  cri 

ຜົນການປະກວດນາງສາວນະຄອນຫຼວງຮອບຊີງຊະນະເລີດ ໄດ້ຈັດຂຶ້ນໃນຕອນຄໍ່າວັນທີ 8 ເມສານີ້, ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ MVT10 ນາງ ວານີພອນ ພູມີໄຊ ໄດ້ຄອງມົງກຸດນາງສາວຄອນຫຼວງວຽງຈັນ ປະຈໍາ ພສ 2560 ມູນຄ່າ 35,000,000 ກີບ ແລະ ລາງວັນອື່ນໆລວມມູນຄ່າ 84 ລ້ານກີບ. ພອ້ມນັ້ນ, ຍັງກວດເອົາອີກ 4 ລາງວັນໃນເວທີປະກວດຢ່າງໜ້າອັດສະຈັນ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຄໍາໄພ ລັດສະໝີ ປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ, ບັນດາພັນລະຍາການນຳ, ພາກສ່ວນກ່ຽວຂ້ອງ, ແຂກທີ່ເຊີນ, ບັນດາບໍລິສັດ-ຫ້າງຮ້ານຜູ້ໃຫ້ການສະໜັບສະໜູນ ມີບັນດາພໍ່-ແມ່ຜູ້ປົກຄອງນ້ອງນາງສາວ, ເພື່ອນມິດ ຍາດພີ່ນ້ອງຂອງນ້ອງນາງສາວ ແລະ ຊາວນະຄອນຫຼວງວຽງຈັນເຂົ້າຮ່ວມຊົມຮ່ວມເຊຍຢ່າງຄຶກຄື້ນ.

ສໍາລັບນາງສາວທີ່ຜ່ານເຂົ້າຮອບຊີງຊະນະເລີດຄັ້ງນີ້, ມີທັງໝົດ  20 ຄົນ ໂດຍຜ່ານການຄັດເລືອກຈາກສາວງາມພາຍໃນ 9 ຕົວເມືອງທົ່ວນະຄອນຫຼວງວຽງຈັນ ເພື່ອຄົ້ນຫາສາວງາມທີ່ມີໄຫວພິບປະຕິພານ, ຄວາມຮູ້, ຄວມສາມາດ, ຄວາມຫຼຽວສະຫຼາດ, ທີ່ຈະເປັນຕົວແທນລູກສາວທັງ 7 ພະອົງ ຂອງພະຍາກະບິນລະພົມ, ໂດຍຜ່ານການຄັດເລືອກເອົາ 7 ນາງສາວງາມ ເພື່ອເຂົ້າສູ່ການຕອບຄໍາຖາມຢ່າງມີໄຫວພິບປະຕິພານ. ຜ່ານການແຂ່ງຂັນ ໂດຍການທົດສອບດ້ານຄວາມຮູ້, ຄວາມສາມາດ, ການຕອບຄໍາຖາມ ທີ່ມີໄຫວພິບປະຕິພານ ແລະ ໄດ້ສ້າງຄວາມປະທັບໃຈຕໍ່ຄະນະກໍາມະການໄດ້ແກ່ MVT10 ນາງ  ວານີພອນ ພູມີໄຊ ໄດ້ເປັນນາງສາວນະຄອນຫຼວງວຽງຈັນ ປະຈໍາ ພສ 2560 ໄດ້ຮັບມົງກຸດເພັດ ມູນຄ່າ 35,000,000 ກີບ ພ້ອມດ້ວຍສາຍສະພາຍ, ເງິນລາງວັນມູນຄ່າ 20,000,000 ກີບ, ຄໍາໜັກ 1 ບາດ ແລະ ລາງວັນອື່ນໆ ລວມມູນຄ່າ 84,000,000 ກີບ.


ພ້ອມນັ້ນ, ຍັງກວດເອົາອີກ 4 ລາງວັນຢ່າງໜ້າອັດສະຈັນໃຈໄປຄອງຄື: ລາງວັນຂວັນໃຈຊ່າງພາບ, ລາງວັນນາງສາວທັນສະໄໝ, ລາງວັນນາງສາວໜ້າໃສ ແລະ ລາງວັນນາງສາວຜິວງາມ ໂດຍໄດ້ຮັບເງິນລາງວັນລະ 3,000,000 ກີບ ແລະ ລາງວັນອື່ນໆ. ສ່ວນຮອງອັນດັບທີ 1 ໄດ້ແກ່ MVT04 ນາງ ຫຍິງງາມ ໝໍ່ຄໍາ ໄດ້ຮັບເງິນລາງວັນ 10,000,000 ກີບ ພ້ອມສາຍສະພາຍ, ຄໍາໜັກ 2 ສະຫຼຶງ ແລະ ລາງວັນອື່ນໆ. ຮອງອັນດັບທີ 2 ໄດ້ແກ່ MVT 19 ນາງ ສຸດາ ວັນທອງທິບ ໄດ້ຮັບເງິນລາງວັນ 5,000,000 ກີບ ພ້ອມສາຍສະພາຍ, ຄໍາໜັກ 2 ສະຫຼຶງ ພ້ອມນັ້ນ, ຍັງໄດ້ຮັບລາງວັນນາງສາວຂວັນໃຈມະຫາຊົນ ໄດ້ເງິນລາງວັນ 3,000,000 ກີບ ພ້ອມໂທລະສັບຫົວເຫວີຍ P10 Plus 1 ໜ່ວຍ  ແລະ ລາງວັນອື່ນໆ. ສ່ວນຮອງທີສາມມີ 4 ຄົນຄື: MVT 12 ສຸນິຕາ ໄຊຊະນະ, MVT06 ນາງ ມະນີດາ ເອ້ກັນຫາ, MVT20 ນາງ ທິດາກອນ ເນົາວະລາດ ແລະ MVT02 ນາງ ພຸດທະວີນັນ ຫຼວງລາດ ໄດ້ຮັບເງິນລາງວັນຄົນລະ 3,000,000 ກີບ ພ້ອມສາຍສະພາຍ, ຄໍາໜັກ 1 ສະຫຼຶງ ແລະ ລາງວັນອື່ນໆ. ນອກນັ້ນຍັງມີລາງວັນຂວັນໃຈມິດຕະພາບ MVT05 ນາງ ສຸດາລັດ ສີນະລາດ ແລະ ລາງວັນນາງສາວບຸກຂະລິກຂະພາບດີ MVT 14 ນາງ ສົມປາດຖະໜາ ເຊີມເບີເລນ ເຊິ່ງໄດ້ຮັບລາງວັນເງິນສົດຄົນລະ 3,000,000 ກີບ ແລະ ລາງວັນອື່ນໆ.

ສໍາລັບນາງສາວນະຄອນຫຼວງທັງ 7 ຄົນ ຈະໄດ້ເປັນຕົວແທນລຸກສາວ ທັງ 7 ຂອງພະຍາກະບິນລະພົມ ປະຈໍາ ພສ 2560  ເຊິ່ງຈະໄດ້ເຂົ້າຮ່ວມຂະບວນແຫ່ຫົວຂອງພະຍາກະບິນລະພົມ ລົງມາຫົດສົງ   ແລະ ເຂົ້າຮ່ວມກິດຈະກໍາອື່ນໆ ໃນມື້ສະເຫຼີມສະຫຼອງປີໃໝ່ລາວ ພສ 2560 ທີ່ນະຄອນຫຼວງວຽງຈັນ ເຊິ່ງພິທີຈະເລີ່ມແຕ່ຕອນບ່າຍວັນທີ 14 ເມສາ 2017 ເປັນຕົ້ນໄປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ