ທ່ານ​ສີ​ຈີ້​ນຜິ​ງຕ້ອນຮັບ​ການ​ເຂົ້າ​ພົບ​ຂອງ​​ເຈົ້າຂອງ​ລັດ​ອາ​ລາສກາ​ຂອງ​ອາ​ເມ​ລິ​ກາ
2017-04-09 16:55:21  cri 

ວັນ​ທີ 7 ​ເມສາ​ນີ້​ຕາມ​​ເວລາ​ທ້ອງ​ຖິ່ນ, ຢູ່​ອັນ​ໂຄ​ເຣສ໌ຂອງ​ລັດ​ອາ​ລາສກາ, ທ່ານ​ສີ​ຈີ້​ນຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ພົບ​ຂອງທ່ານ​ບີ​ວ ​ໂວ​ເຄີ ​ເຈົ້າ​ຂອງລັດ​ອາ​ລາ​ສ​ກາ​ຂອງ​ອາ​ເມ​ລິ​ກາ​.

ໂອກາດ​ດັ່ງກ່າວ, ທ່ານ​ສີ​ຈີ້​ນຜິ​ງກ່າ​ວ​ເນັ້ນ​ວ່າ, ການ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ​ທຣຳຄັ້ງ​ນີ້​ປະສົບ​ຜົນສຳ​ເລັດທີ່​ສຸດ​ໂດຍ​ໄດ້ກ້າວ​ເຖິງຄວາມ​​ເປັນ​ເອກະ​ພາບ​ຫຼາຍ​ປະການ​ແລະ​ໄດ້ຮັບຜົນ​ສຳ​ເລັດ​ອັນ​ຕັ້ງໜ້າ. ການ​ຮ່ວມ​ມືລະຫວ່າງ​ທ້ອງ​ຖິ່ນ​ແມ່ນພາກສ່​ວນປະກອບ​ທີ່​ມີ​ພະລັງ​ຊີວິດ​ຫຼາຍ​ທີ່​ສຸດຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ. ລັດ​ອາ​ລາສກາ​ກັບ​ຈີນ​ມີ​ກົກ​​ເຄົ້າ​ເຫງົ້າ​ມູນ​ຫຼາຍ, ລັດ​ອາ​ລາສກາ​ແລະ​​ເມືອງ​ອັນ​ໂຄ​ເຣສ໌​​ໄດ້​ເຂົ້າ​ຮ່ວມ​ແລະ​ເປັນ​ພິຍານ​​ໃຫ້​ແກ່ຂະ​ບວນການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ. ອຸດສາຫະກຳຂອງ​ຈີນ​ກັບ​ລັດ​ອາ​ລາສກາ​ມີ​ລັກສະນະຊ່ອຍ​ຊູ​ຍູ້​ໜູນກັນຫຼາຍ, ການ​ແລກປ່ຽນ​ແລະ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໄດ້​ຮັບ​ການ​ຄືບ​ໜ້າຫຼາຍ, ​ໃນ​ຂະນະ​ດຽວ​ກັນ​ຍັງ​ມີ​ກຳລັງ​ບົ່ມ​ຊ້ອນ​ຫຼາຍ.

ທ່ານ​ໂວ​ເຄີ​ກ່າວ​ວ່າ, ຈີນ​​ແມ່ນ​ຄູ່​ການ​ຄ້າ​ສຳຄັນ, ຕະຫຼາດ​ສົ່ງ​ອອກຜະລິດຕະກຳ​ສັດນ້ຳ​ໃຫຍ່​ທີ່​ສຸດ​ຂອງ​ລັດ​ຕົນ. ລັດຕົນມີ​ຊັບພະຍາກອນ​ອັນ​ອຸດົມສົມບູນ, ຍິນ​ດີ​ເຮັດ​ໃຫ້ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຫຼາຍ​ຂົງ​​ເຂດ​ສະໜິດ​ແໜ້ນ​ກວ່າ​ເກົ່າ, ​ເຮັດ​ໃຫ້ການ​​ໄປມາຫາສູ່​ກັນ​ກັບ​ປະຊາ​ຊົນ​ຈີນ​ສະໜິດ​ແໜ້ນກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ