ຈຳນວນ​ຄົນ​ທີ່​ເສຍ​ຊີວິດ​ໃນ​ໄພ​ດິນ​ເຈື່ອ​ນ​ໂກ​ລົມ​ບີ​ເພີ່ມ​ຂຶ້ນ​ເປັນ 314 ຄົນ
2017-04-09 16:57:54  cri 

ວັນ​ທີ 8 ​ເມສາ​ນີ້, ຂະ​ແໜງ​ການ​ສາທາລະນະ​ສຸກ​​ໂກ​ລົມ​ບີ​ຢືນຢັນ​ວ່າ, ​ໄພ​ດິນ​ເຈື່ອນ​ທີ່​ເກີດຢູ່ໂມ​ໂກ​ອາ​ເມືອງ​ເອກ​ແຂວງ​ປູ​ຕູມາ​ໂຢ​ ພາ​ກຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ໂກ​ລົມ​ບີ​​​ໃນ​ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 1 ​ເມສາ​ນີ້​ໄດ້​ເຮັດ​ໃຫ້ 314 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນ​ລວມທັງ​ເດັນ​ນ້ອຍ 106 ຄົນ. ນີ້​​ແມ່ນ​ໄພ​ທຳ​ມະ​ຊາດ​ທີ່​ເຮັດ​ໃຫ້​ຄົນ​​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຫຼາຍ​ທີ່​ສຸດທີ່​ເກີດຂຶ້ນ​ຢູ່​ໂກ​ລົມ​ບີ​ໃນ​ຫຼາຍ​ປີ​ມາ​ນີ້.

ຂະ​ແໜງ​ການ​ກອບ​ກູ້​ຂອງ​ໂກ​ລົມ​ບີ​ກ່າວ​ວ່າ, ວຽກ​ງານ​ຊອກ​ຄົ້ນ​​ແລະ​ຊ່ວຍ​ເຫຼືອຈະ​ສືບຕໍ່​ຮອດ​ວັນ​ທີ 10 ​ເມສາ​ນີ້.

ໃນ​​ເວລາ​ເດີນທາງ​ຮອດ​ໂມ​ໂກ​ອາ​ໃນ​ວັນ​ທີ 8 ​ເມສາ​ນີ້, ທ່ານ​ຈູ​ອານ ຊັນ​ໂຕ​ສ ກາວ​ເດີ​ໂຣງ ປະທານາທິບໍດີ​ໂກ​ລົມ​ບີ, ຮັບປະກັນວ່າ​ຈະຟື້ນ​ຟູ້​ສະໜອງ​​ໄຟຟ້າຢູ່​ເຂດ​ປະສົບ​ໄພ​ຢ່າງຮອບດ້ານ​ພາຍ​ໃນ 1 ອາທິດ​ແລະແກ້​ໄຂ​ບັນຫາ​ສະ​ໜອງ​ນ້ຳ​ພາຍ​ໃນ 1 ​ເດືອນ.

ນອກ​ນີ້​ຂ່າວ​ແຈ້ງວ່າ, ປັດຈຸບັນ, ຜູ້​ປະສົບ​ໄພ 2000 ກວ່າ​ຄົນ​ໄດ້​ຖືກ​ຈັດ​ວາງ​ຢູ່​ 12 ບ່ອນ. ​ເຂດ​ປະສົບ​ໄພ​ໄດ້ຮັບ​ວັດຖຸ​ກູ້​ໄພ 302 ​ໂຕນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ