NICETVF ເລີ່​ມອອກ​ອາກາດຢູ່ກຳ​ປູ​ເຈຍ
2017-04-10 11:07:41  cri 
​ໂທລະພາບ​ດາວ​ທຽມ​ການ​ຮ່ວມ​ມື​ຈີນ-ກຳປູ​ເຈຍ​ຫຼື NICETVF ​ໄດ້ທົດລອງ​​ແຜ່​ພາບອອກ​ອາກາດຢູ່​ນະຄອນຫຼວງ​ພະນົມ​ເປັນ​ປະ​ເທດ​ກຳປູ​ເຈຍ​ໃນ​ເວລາສູນ​ໂມງ​ຂອງ​ວັນ​ທີ 9 ​ເມສາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ.

NICETVF ​​ເປັນ​ການ​ຮ່ວມ​ມື​ສ້າງ​ຂຶ້ນ​ລະຫວ່າງ​ກະຊວງ​​ພາຍ​ໃນ​ປະ​ເທດ​ກຳປູ​ເຈຍ ​ແລະ ກຸ່ມ​ບໍລິສັດ​ການ​ລົງທຶນ​ດ້ານ​ວັດທະນະທຳ​ຊິ່ນ​ຢິງສຽງ​ຂອງ​ຈີນ​ ​ແລະແມ່ນ​ຊ່ອງ​ໂທລະພາບ​ດາວ​ທຽມ​ແຫ່ງ​ທຳ​ອິດ​ທີ່​ສອງ​ປະ​ເທດ​ຮ່ວມມື​ສ້າງ​ຂຶ້ນ​ ​ໂດຍ​ເປົ້າ​ໝາຍ​ສ້າງ​ໃຫ້​ກາຍ​ເປັນ​ໜຶ່ງ​ໃນ​ໂທລະພາບທີ່​ສຳຄັນ​ແລະມີ​ອິດ​ທິພົນ​ຫຼາຍ​ທີ່​ສຸດ​ຂອງ​ກຳປູ​ເຈຍ ທັງປົກ​ຄຸມ​ປະ​ເທດ​ກໍ​ຄື​ພາກ​ພື້ນ​​ອາ​ຊຽນ.

ຂ່າວ​ແຈ້ງວ່າ:​ໂທລະພາບ​ຖ່າຍ​ທອດ​ສົດ​ທີ່​​ເປີດ​ບໍລິການ​​ໃໝ່​ດັ່ງກ່າວ​ມີ​ຄວາມ​ແຕກ​ຕ່າງ​ກັບ​ໂທລະພາບ​ຊ່ອງປົກກະຕິ​ໂດຍ​ເປົ້າ​ໝາຍ ຈະ​ສ້າງ​​ໃຫ້ເປັນ​ໂທລະພາບທີ່​ປົກ​ຄຸມ​ທົ່ວ​ໂລກ​ແຫ່ງ​ທຳ​ອິດ​ຂອງ​ກຳປູ​ເຈຍ​ດ້ວຍ​ທັດສະນະ​ຄະຕິ​​ໃໝ່ ​ແລະ​ສາມາດຊອກ​ຮູ້​ແລະ​ສະໜອງ​ຂໍ້​ມູນ​ຂ່າວສານ​ດ້ານ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ກຳປູ​ເຈຍ​ທີ່​ພວມ​​ເກີດ​ການ​ປ່ຽນ​ແປງ​ຢ່າງ​ທັນການ​ໂດຍ​ຜ່ານ NICETVF.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ