ເກີດ​ເຫດ​ລະ​ເບີດໂບດ​ສອງ​ແຫ່ງ​ຢູ່ເອຢິບ ​ເຮັດ​ໃຫ້​ປະຊາຊົນ 47 ຄົນ​ເສ​ຊີວິດ
2017-04-10 16:27:47  cri 

ວັນ​ທີ 9 ​ເມສາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ຢູ່​ໂບດ​ສອງ​ແຫ່ງ​ຢູ່​ ​ອາ​ເລັກ​ຊັນ​ເດຣຍ ເມືອງທ່າ​ກຳ​ປັ່ນ​ທາງ​ພາກ​ເໜືອ ​ແລະ ​ເມືອງ​ຕັນ​ຕາ​ທາງ​ພາກ​ກາງຂອງ​ເອຢິບ​ທີ່​ຕັ້ງ​ຢູ່ສາມຫຼ່ຽມ​ແມ່​ນ້ຳ​​​ນິນ​ໄດ້​ເກີດ​ເຫດ​​ໂຈມ​ຕີ​ດ້ວຍ​ລະ​ເບີດ ​ເຊິ່ງມາ​ຮອດ​ປັດຈຸບັນມີ​ປະຊາຊົນ 47 ຄົນ​ເສ​ຍຊີ​ວິດ. ຫຼັງ​ເກີດ​ເຫດ,ທ່ານ ອັບ​ເດ​ວ ຟັດ​ຕາ ​ເອວ ຊີ​ຊີ ປະທານາທິບໍດີ​ເອຢິບ​​ກໍໄດ້​ປະກາດ​ພາວະ​ສຸກ​ເສີນ​ເປັນ​ເວລາ 3 ​ເດືອນຂະນະ​ທີ່ກຸ່ມ​ຫົວ​ຮຸນ​ແຮງ IS ​ໄດ້ກ່າວ​ອ້າງ​ຄວາມຮັບຜິດຊອບ​ຕໍ່​ເຫດ​ລະ​ເບີດ​ສອງ​ລາຍ​ດັ່ງກ່າວ.

ນອກ​ນີ້, ສະພາ​ຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ມາ​ປະນາມ​ຕໍ່​ເຫດການ​ໂຈມ​ຕີ​ດັ່ງກ່າວ ​ແລະ​ກ່າວ​ວ່ານີ້​ເປັນ​ການ​ກະທຳທີ່​ເຮັດ​ໃຫ້​ສັງຄົມ​ໂລກ​ຄຽດ​ແຄ້ນ​ທີ່​ສຸດ. ຂະນະ​ທີ່ທ່ານ ອານ​ໂຕ​ນີ​ໂອ ກູເຕີຣິສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼ​ງການ​ຜ່ານ​ໂຄສົກ​ຂອງ​ຕົນ ​ໂດຍການກ່າວ​ປະນາມ​ຕໍ່​ເຫດ​ລະ​ເບີດ​ໂບດ​ຢູ່ສອງ​ເມືອງ​ດັ່ງກ່າວ ພ້ອມທັງ​ໄດ້​ຮຽກຮ້ອງ​ໃຫ້​ຈັບ​ຜູ້​ກໍ​ເຫດ​ມາ​ລົງ​ໂທດຕາມ​ກົດໝາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ