ອາ​ຊຽນສົນ​ໃຈ"ການ​ເດີນທາງ​ເພື່ອ​ການ​ສຶກສາ​ປັກ​ກິ່ງ"
2017-04-10 16:28:40  cri 
ຫວ່າງ​ມໍ່ໆ​ມາ​ນີ້, ຄະນະ​ກຳມະການ​ພັດທະນາ​ການທ່ອງທ່ຽວນະຄອນຫຼວງ​ປັກ​ກິ່ງ​ ສປ ​ຈີນ​ໄດ້​ຈັດ​ງານ​ໂຄສະນາສົ່ງ​ເສີມ​ການ​ເດີນທາງ​ເພື່ອ​ການ​ສຶກສາ​ປັກ​ກິ່ງ 2017 ຢູ່​ມາ​ເລ​ເຊຍ​ແລະ​ອິນ​ໂດ​ເນ​ເຊຍ ​ໃນ​ຫົວ​ຂໍ້​ "ປັກ​ກິ່ງ​ແຫ່ງ​ມົນສະ​ເໜ່, ທ່ຽວ​ແລະ​ຊອກ​ຮູ້​​ຈີນ​​ສະ​ໄໝ​ບູຮາ​ນ​ແລະ​ປັດຈຸບັນ​", ຂະນະ​ທີ່​ເປົ້າ​ໝາຍຕົ້ນຕໍນອກຈາກ​ເປັນ​ການ​ແນະນຳ​ໃຫ້​ຮູ້​ຊັບພະຍາກອນ​ດ້ານ​ການ​ສຶກສາແລະ​ການທ່ອງທ່ຽວ​ທີ່​ມີ​ຄຸນ​ນະພາ​ບສູງ​ຂອງ​ນະຄອນຫຼວງປັກ​ກິ່ງ​ແລ້ວ ຍັງ​ສະ​ແດງ​ໃຫ້​ເຫັນ​ມໍລະດົກ​ໂລກ,ການ​​ເສີມ​ສ້າງຮ່າງກາ​ຍດ້ວຍ​ແພດ​ແຜນ​ຈີນ, ວັດຖຸບູຮານ​ແລະ​ຫໍພິພິທະ​ພັນທີ່​ລ້ຳ​ເລີດ, ການ​ແຂ່ງຂັນ​ກິລາ​ແລະ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ມີ​ເອກະລັກ​ພິ​ເສດ​​ສະ​ເພາະ​ຂອງ​ປັກ​ກິ່ງ​ເປັນ​ຕົ້ນ.

​ໃນ​ຖານະ​ເປັນ​ສູນ​ວິທະຍາສາດ​ການ​ສຶກສາ​ຂອງ​ຈີນ, ປັກ​ກິ່ງ​​ມີ​ມະຫາວິທະຍາ​ໄລ 91 ​ແຫ່ງ, ​ໂຮງຮຽນ​ປະຖົມ​ແລະ​ມັດທະຍົມ 1.630 ​ແຫ່ງ, ຫໍພິພິທະ​ພັນ​ຂອງ​ລັດ 171 ​ແຫ່ງ, ຫໍພິພິທະ​ພັນຂອງເອກະ​ຊົນ 450 ກວ່າ​ແຫ່ງ ​ເຊິ່ງ​ໄດ້​ເປັນ​ທ່າ​ແຮງດ້ານ​ຊັບພະຍາກອນ​ທີ່​ຫາ​ຍາກ​ຕໍ່​ການ​ສຶກສາ​ແລະ​ການທ່ອງທ່ຽວ. ປັກ​ກິ່ງ​​ໄດ້​ເນັ້ນການປະສົມ​ປະສານ​ລະຫວ່າງສະ​ໄໝ​ບູຮານ​ແລະ​ສະ​ໄໝ​ປັດຈຸບັນ​ເຂົ້າກັນ, ຊັບພະຍາກອນ​ດ້ານ​ການສຶກສາ​ແລະ​ການທ່ອງທ່ຽວ​ທີ່​ມີ​ຫຼາຍ​ສີສັນ​ໄດ້​ຮັບ​ຄວາມ​ສົນ​ໃຈຈາກ​ບຸກຄົນ​​ໃນວົງ​ການ​ຂະ​ແໜງ​ການທ່ອງທ່ຽວ​ຂອງມາ​ເລ​ເຊຍ​ແລະ​ອິນ​ໂດ​ເນ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ