ຜູ້ນຳ​ຈີນ​ແລະ​ເບຼຊິນ​ຫວັງ​ໃຫ້​ສາຍພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກ້າວ​ຂຶ້ນ​ສູ່​ລະດັບ​​ໃໝ່
2017-04-10 16:44:03  cri 
ຕາມ​ຂ່າວ CRI: ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜີ​ງ​ ປະທານ​ປະ​ເທດ​ຈີນ​ແລະ​ທ່ານ​ມິ​ເຊີ ​ເທີ​ເມ ປະທານາທິບໍດີ​ເບຼຊິນ​ໄດ້ສົ່ງ​ຄວາມ​ຫາກັນ​ແລະ​ກັນ, ​ໂດຍສອງ​ຝ່າຍ​ໄດ້ກ່າວ​ຢ້ຳຄວາມ​ສົນ​ໃຈ​ສູງ​ຕໍ່ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ​ເທີ​ເມ ກ່າວ​ວ່າ, ຕົນ​ດີ​ໃຈ​ຫຼາຍທີ່ຈະ​ໄດ້​ເຂົ້າ​ຮ່ວມ​ພົບ​ປະ​ລະຫວ່າງ​ຜູ້ນຳ​ປະ​ເທດບຣິກສ໌ແລະ​ຢ້ຽມຢາມ​ຈີ​ນທາງ​ລັດຖະກິດ, ​ແລະ​ກໍຫວັງ​ວ່າ​ສອງ​ປະ​ເທດ​ຈະ​ພະຍາຍາມ​ຮ່ວມ​ກັນ, ລົງ​ເລິກ​ການ​ຮ່ວມ​ມື​ສອງ​ຝ່າຍ​ຕື່ມ​ອີກ. ຂະນະ​ດຽວ​ກັນ​, ກໍ​ສະ​ແດງ​ຄວາມ​ຂອບ​ໃຈທີ່​ຈີນ​ແກ້​ໄຂ​ບັນຫາ​ຜະລິ​ດຕະພັນຊີ້ນ​ຂອງ​​ເບຼຊິນ​ທີ່​ສົ່ງ​ມາຂາຍ​ໃຫ້​ຈີນຢ່າງ​ເໝາະ​ສົມ.

ທ່ານ​ສີ​ຈິ້ນ​ຜີງສະ​ແດງ​ຄວາມ​ຍິນ​ດີຕ້ອນຮັບທ່ານ​ເທີ​ເມທີ່​ຈະ​ເຂົ້າ​ຮ່ວມ​ພົບ​ປະລະຫວ່າງ​ຜູ້ນຳ​ປະ​ເທດ​ບຣິກສ໌​ແລະ​ຢ້ຽມຢາມ​ຈີນ​ທາງ​ລັດຖະກິດ, ​ແລະຫວັງ​ວ່າການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດຈະ​ໄດ້​ຮັບ​ພັດທະນາ​ເປັນ​ຢ່າງ​ດີ, ເພື່ອສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ