ຣັດ​ເຊ​ຍ ​ແລະ​ອີຣານຈະ​ຕອບ​​ໂຕ້​ຕໍ່​ການ​ຮຸກ​ຮານຊີ​ຣີຢ່າງ​ເດັດຂາດ
2017-04-10 16:45:25  cri 
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ວັນ​ທີ 9 ​ເມສາ​ນີ້, ສູນ​ບັນຊາ​ການຮ່ວມຣັດ​ເຊຍ ​ແລະ​ອີຣານຢູ່​ຊີ​ລີ​ໄດ້​ອອກ​ຖະ​ແຫຼງການ​ວ່າ: ​ໃນ​ຖານະ​ເປັນ​ພັນທະ​ມິດ​ຂອງ​ປະ​ເທດ​ຊີ​ຣີ, ຣັດ​ເຊຍ ​ແລະ​ອີຣານພ້ອມຈະ​ຕອບ​​ໂຕ້​ຕໍ່​ການ​ຮຸກ​ຮານ​ຊີ​ຣີ​ໃຫ້​ເຖິງ​ທີ່​ສຸດ.

ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້​ປະ​ນາມ​ອາ​ເມ​ລິ​ກາທີ່​ໂຈມ​ຕີ​ຊີຣີ​ໂດຍບໍ່​ໄດ້​ຮັບ​ອະນຸຍາດ​ຈາກອົງການ​ສະຫະ​ປະຊາ​ຊາດ ​ທີ່​ຍັງ​ບໍ່​ທັນກວດສອບ​ກໍ​ລະ​ນີທີ່ຊີຣີໃຊ້​ອາວຸດ​ເຄມີ​ຢ່າງ​ຈະ​ແຈ້ງ​ເທື່ອ. ການ​​ໂຈມ​ຕີ​ດັ່ງກ່າວໄດ້​ລ້ຳ​ເສັ້ນ ​ເຊິ່ງ​ເປັນ​ການ​ຮຸກ​ຮານ​ອະທິ​ປະ​ໄຕ​ຂອງ​ຊີ​ຣີ ​ແລະ​ເປັນການ​ກະທຳ​ໜຶ່ງ​​ທີ່​ອັນຕະລາຍ. ຫຼັງ​ຈາກ​ນີ້, ຣັດ​ເຊຍ ​ແລະ​ອີຣານຈະ​ຕອບ​​ໂຕ້ຕໍ່​ການ​ຮຸກ​ຮານ​ປະ​ເທດ​ຊີ​ຣີຢ່າງ​ເດັດຂາດ​ບໍ່​ວ່າ​ປະ​ເທດ​ໃດ​ໆ​ກໍ​ຕາມ.

ສຳນັກ​ຂ່າວ​ຊີ​ຣີລາຍ​ງານ​ວ່າ: ວັນ​ທີ 9 ​ເມສາ​ນີ້, ທ່ານ​ບາສຊາ ຈາ​ຟາຣີ ປະທານາທິບໍດີ​ຊີ​ຣີ​ໄດ້​ໂທລະສັບລົມ​ກັບ​ທ່ານຮາດຊັນ ​ຣູຮານິ ປະທານາທິບໍດີ​ອີ​ຣານ ຫຼັງໄດ້​ປະນາມອາ​ເມ​ລິ​ກາ​ທີ່ຮຸກ​ຮານ ​ແລະ​ພ້ອມສະໜັບສະໜູນ​ຄວາມ​ພະຍາຍາມ​ຂອງຊີ​ຣີ​ໃນ​ການ​ຕໍ່ຕ້ານ​ລັດ​ທິການ​ກໍ່​ການ​ຮ້າຍ ​ແລະ​ແກ້​ໄຂ​ວິ​ກິດ​ການ​ໂດຍ​ສັນຕິ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ