ກອງ​ທະຫານ​ເຮື​ອຈີນ​ຊ່ວຍກຳ​ປັ່ນ​ຂົນ​ສົ່ງ​ສິນຄ້າ​ຕ່າງປະ​ເທ​ດ​ໄດ້​ຫຼັງ​ຖືກ​​ໂຈນ​ສະຫຼັດ​ປຸ້ນ
2017-04-10 16:12:06  cri 
ເຈົ້າ​ໜ້າ​ທີ່​ກອງ​ທັບ​ເຮືອ​ຈີນ​ເປີດ​ເຜີຍ​ວ່າ, ກອງ​ທະຫາ​ນ​ເຮືອ​ຈີນສາມາດ​ຊ່ວຍກຳ​ປັ່ນ​ຂົນ​ສົ່ງ​ສິນຄ້າ​ຕູ​ວາ​ລູລຳ​ໜຶ່ງ​ທີ່​ຖືກ​ໂຈນ​ສະຫຼັດ​ປຸ້ນ​ຢູ່​ອ່າວ​ອາ​ເດນ​​ໄດ້ຢ່າງ​ສຳ​ເລັດ​ຜົນ.

ຂະນະ​ທີ່ກອງ​ກຳ​ປັ່ນ​ໜ່ວ​ຍ​ທີ 25 ຂອງ​ຈີນ ພວມ​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ​ການ​ເດີນ​ເຮືອ​ຢູ່​ອ່າວ​ອາ​ເດນ​ແລະ​ເຂດ​ທະ​ເລ​ໂຊ​ມາລີ​ໄດ້​ຮັບ​ການ​ແຈ້ງ​ຂ່າວ​ຈາກ​ອົງການ​ການ​ຄ້າ​ເທິງ​ທະ​ເລ​ຂອງ​ອັງກິດ​ວ່າ, ກຳ​ປັ່ນ​ຂົນ​ສົ່ງ​ສິນຄ້າ​ຕູ​ວາ​ລູ​ OS35 ​ໄດ້ຖືກ​ໂຈນ​ສະຫຼັດ​ປຸ້ນ​​ຢູ່​ອ່າວ​ອາ​ເດນ. ​ເພື່ອ​ຮັກສາ​ຄວາມ​ປອດ​ໄພ​ດັ່ງກ່າວ, ຕອນ​ເຊົ້າ​ມືດ​ວັນ​ທີ 9 ​ເມສາ, ກຳ​ປັ່ນ​ເລກ "ຢູ້ລິນ" ຂອງ​ຈີນກໍ​ໄດ້​ເຂົ້າ​ໄປ​ຊ່ວຍ​ເຫຼືອ​ໂດຍທະຫານ​ພິ​ເສດ 16 ຄົນ​ໄດ້​ຂີ່​ເຮືອ​ນ້ອຍ​ເຂົ້າ​ໃກ້​​ແລະ​ປີນ​ຂຶ້ນ​ກຳ​ປັ່ນ​ເລກ OS35 ຢ່າງ​ວ່ອງ​ໄວ​ໂດຍ​ໄດ້​ຮັບ​ການ​ປ້ອງ​ກັນ​ຈາກ​ເຮືອບິນ​ເທິງ​ກຳ​ປັ່ນ ຈາກ​ນີ້​ຈິ່ງ​ສາມາດ​ຊ່ວຍລູກ​ເຮືອ 19 ຄົນ​​ໄດ້ຢ່າງ​ທັນ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ