ກອງ​ກຳ​ປັ່ນ​ບັນທຸກ​ເຮືອບິນ​ອາ​ເມ​ລິ​ກາ​ເຂົ້າໃກ້​ເຂດ​ທະ​ເລ​ແຫຼມ​ເກົາຫຼີ
2017-04-10 16:39:51  cri 
ຕາມ​ຂ່າວສານ​ຊິນ​ຮວາ: ​ເຈົ້າ​ໜ້າ​ທີ່ກອງທັບ​ເຮືອ​ທີ​ສາມ​ຂອງ​ອາ​ເມ​ລິ​ກາ​​ໄດ້ຖະ​ແຫຼ​ງ​ໃນ​ວັນ​ທີ 8 ​ເມສາ​ນີ້​ວ່າ, ກອງ​ກຳ​ປັ່ນ​ບັນທຸກ​ເຮືອບິນ "ຄານ​ວິນ​ຊັນ CVN - 70" ຂອງ​ຕົນ​ໄດ້​ເດີນທາງ​ອອກ​ຈາກ​ສິງກະ​ໂປ ​ ​ມຸ່ງ​ໜ້າ​​ສູ່​ເຂດ​ທະ​ເລ​ທີ່​ໃກ້​ແຫຼມ​ເກົາຫຼີ ​ໂດຍ​ພາຍຫຼັງ​ປ່ຽນ​ແຜນ​ຈະ​ໄປ​ອົສຕຣາລີ​ໃນ​ເບື້ອງ​ຕົ້ນ.

ສຳນັກ CNN ​ໄດ້​ລາຍ​ງານຕາມ​ການ​ເປີດ​ເຜີຍຂອງ​ເຈົ້າ​ໜ້າ​ທີ່​ທະຫານ​ອາ​ເມ​ລິ​ກາມາ​ວ່າ, ການ​ເຄື່ອນ​ໄຫວ​ຂອງກອງ​ກຳ​ປັ່ນ​ບັນທຸກ​ເຮືອບິນ "ຄານ​ວິນ​ຊັນ CVN - 70" ​ເປັນ​ການ​ໂຕ້​ຕອບ​ຕໍ່ການ​ທ້າ​ທາຍ​ຂອງ ສປປ ​ເກົາຫຼີ​​ໃນ​ມໍ່ໆ​ມາ​ນີ້. ກອງ​ກຳ​ປັ່ນ​ບັນທຸກ​ເຮືອບິນ "ຄານ​ວິນ​ຊັນ CVN - 70" ທີ່​ມີ​ທ່າ​ຢູ່​ເມືອງ​ຊັນ​ດີ​ເອ​ໂກ​ຂອງ​ລັດ​ກາລີ​ໂຟ​ເນຍສະຫະລັດ​ອາ​ເມ​ລິ​ກາ ​ໄດ້​​ໄປ​ປະຕິບັດ​ໜ້າ​ທີ່ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ມະຫາ​ສະໝຸດ​ປາຊີ​ຟິກ​​ເມື່ອ​ຕົ້ນ​ເດືອນ​ມັງກອນ​ຜ່ານ​ມາ ​ແລະ​ເຂົ້າ​ຮ່ວມ​ຊ້ອມ​ຮົບ​ກັບ​ຍີ່ປຸ່ນ​ແລະສ.​ເກົາຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ