ເປີດ​ບໍ​ລິ​ການ​ການ​ບິນ​ຊ່ານ​ຊ້າ​-​ພັດ​ທະ​ຍາ
2017-04-10 16:23:32  cri 
    ຕາມ​ຂ່າວ​ສານ​ຈີນ: ເສັ້ນ​ທາງ​ການ​ບິນ​ແຕ່​ເມືອງ​ຊ່ານ​ຢ້າແຂວງ​ໄຫຫຼຳ ສ​ປ ຈີນ ຫາ​ພັດ​ທະ​ຍາ​ຂອງ​ໄທ ທີ່​ເປີດ​ບໍ​ລິ​ການ​ໂດຍ​ບໍ​ລິ​ສັດ​ບໍ​ລິ​ການ​ການ​ບິນ​ຮ່ວມ​ໄຫຫຼຳ​ຈີນ​ຈຳ​ກັດ ແລະ​ບໍ​ລິ​ສັດ​ການ​ບິນ​ໄຫຫຼຳ ນັ້ນ ໄດ້​ບິນເປັນ​ຄັ້ງ​ທຳ​ອິດ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄ່ຳ​ວັນ​ທີ 8 ເມ​ສານີ້.

    ບໍ​ລິ​ສັດ​ການ​ບິນ​ໄຫຫຼຳ ໄດ້​ນຳ​ໃຊ້​ເຮືອ​ບິນ​ໂບ​ອິງ 738 ​ບໍ​ລິ​ການ​​ທຸກໆ​ວັນ​ອັງ​ຄານ, ວັນ​ພະ​ຫັດ ແລະ​ວັນ​ເສົາ ເຊິ່ງ​ຂາ​ໄປ​ແມ່ນຖ້ຽວ​ບິນ HU401  ຈາກ​ສະ​ໜາມ​ບິນ​ເຟີ້ງ​ຮວງ​ເມືອງ​ຊ່ານ​ຢ້າໃນ​ເວ​ລາ 20 ໂມງ 30 ນານີ້ ແລະ​ເຖິງ​ສະ​ໜາມ​ບິນ​ພັດ​ທະ​ຍາ​ໃນ​ເວ​ລາ 21 ໂມງ 35 ນາ​ທີ​ຕາມ​ເວ​ລາ​ປະ​ເທດ​ໄທ. ສ່ວນ​ຂາ​ກັບ ແມ່ນ​ຖ້ຽວ​ບິນ HU402 ບິນ​ຈາກ​ສະ​ໜາມ​ບິນ​ພັດ​ທະ​ຍາ​ໃນ​ເວ​ລາ 22 ໂມງ 35 ນາ​ທີ​ຕາມ​ເວ​ລາ​ປະ​ເທດ​ໄທ ແລ​ະ​ເຖິງ​ຊ່ານ​ຢ້າ​ໃນ​ເວ​ລາ 1 ໂມງ 45 ນາ​ທີ​ຕາມ​ເວ​ລາ​ປັກ​ກິ່ງ.

    ຢູ່​ໄທ ມີ​ຈີນ​ຕ່າງ​ດ້າວ​ແລະ​ຄົນ​ໄທ​ເຊື້ອ​ສາຍ​ຈີນໄຫຫຼຳ 7 ແສນກວ່າ​ຄົນໄດ້​ດຳ​ລົງ​ຊີ​ວິດ ແລະ​ມີ​ການ​ພົວ​ພັນ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ສະ​ໜິດ​ແໜ້ນ​ກັບ​ໄຫຫຼຳ ເຊິ່ງ​ການ​ເປີດເສັ້ນ​ທາງ​ການ​ບິນ​ໂດຍ​ກົງ​ແຕ່​ຊ່ານ​ຢ້າ​ຫາ​ພັດ​ທະ​ຍາ​ຄັ້ງ​ນີ້ ​ໄດ້​ກາຍ​ເປັນ​ເສັ້ນ​ທາງ​ການ​ບິນ​ໄຫຫຼຳ​-ໄທ​ໂດຍ​ກົງເສັ້ນ​ທີ 4 ​ຖັດ​ຈາກຊ່ານ​ຢ້າ-ບາງກອກ, ໄຫ​ໂຂ-ຊຽງລາຍ ແລະ ໄຫ​ໂຂ-ຊຽງ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ