ພິມ​ຈຳ​ໜ່າຍ​ວັດ​ຈະ​ນາ​ນຸ​ກົມ "ໜຶ່ງ​ແລວ​ທາງ​ໜຶ່​ງ​ເສັ້ນ​ທາງ" ເປັນຫຼາຍ​ພາ​ສາ
2017-04-10 16:27:44  cri 
    ກ່ອນໜ້ານີ້​ບໍ່​ດົນ, ສຳ​ນັກ​ພິມ​ການ​ສຶກ​ສາ​ພາ​ສາ​ຕ່າງ​ປະ​ເທດ​ຊຽງ​ໄຮ ໄດ້​ຮຽບ​ຮຽງ ແລະ​ພິມ​ຈຳ​ໜ່າຍ​ວັດ​ຈະ​ນາ​ນຸ​ກົມ​ປະ​ກອບ​ຮູບ​​ພາບ​ທາງ​ສັງ​ຄົມ​ແລະ​ວັດ​ທະ​ນະ​ທຳ ​ກ່ຽວ​ກັບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເປັນຫຼາຍ​ພາ​ສາໃນ​ງວດ​ທຳ​ອິດ​​ໂດຍ​ມີ 13 ພາ​ສາ ຄື ພາ​ສາ​ອາ​ຣັບ, ໂປ​ໂລຍ, ເຢຍ​ລະ​ມັນ, ຣັດ​ເຊຍ, ຝ​ຣັ່ງ, ໂຮນ​ລັງ, ລູ​ມາ​ນີ, ຍີ່​ປຸ່ນ, ຕວກ​ກີ, ແອ​ສ​ປາຍ, ເກ​ຣັກ, ອີ​ຕາ​ລີ ແລະ​ອັງ​ກິດ ເຊິ່ງນອກ​ຈາກ​ສະ​ບັບ​​ພາ​ສ​າອັງ​ກິດ-ຈີນທີ່ມີ​ສອງ​ພາ​ສາ​ແລ້ວ, ​ກໍ​ຍັງ​ມີອີກ 12 ​ສະ​ບັບ​ລ້ວນ​ແຕ່​ມີ​ສາມ​ພາ​ສາ​ຄື ພາ​ສາ​ທ້ອງ​ຖິ່ນ-ອັງ​ກິດ-ຈີນ.

    ວັດ​ຈະ​ນາ​ນຸ​ກົມ​ດັ່ງ​ກ່າວ ມີ​ຄຳ​ສັບ​ທີ່​ໃຊ້​ປະ​ຈຳ​ວັນ ເຊິ່ງ​ພົວ​ພັນ​ເຖິງ​ຊີ​ວິດ​ວັດ​ທະ​ນະ​ທຳ​ສັງ​ຄົມ ເປັນ​ຕົ້ນ, ມວນ​ມະ​ນຸດ, ຢູ່​ເຮືອນ, ອາ​ຫານ​ການ​ກິນ, ຄົມ​ມະ​ນາ​ຄົມ, ການ​ສຶກ​ສາ, ການ​ເຮັດ​ວຽກ, ໜ່ວ​ຍ​ໂລກ ແລະ​ທຳ​ມະ​ຊາດ​, ຂະ​ນະ​ທີ່ບາງ​​ສ່ວນ​ຍັງ​ມີ​ວະ​ລີຫຼື​ປະ​ໂຫຍກ​ທີ່​ໃຊ້​ທົ່ວ​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ