ລິນ​ຕ່ານ ເປັນ​ແຊ໊ມຕີດອກ​ປີກ​ໄກ່​ ຫຼັງ​ຊະ​ນະ ລີ​ຈົງ​ເວີຍ
2017-04-10 16:38:11  cri 

  

  ວັນ​ທີ 9 ເມ​ສານີ້, ນັກ​ກິ​ລາ​ຊາຍ​ຕີ​ດອກ​ປີກ​ໄກ່​ໂລກໃນ​ລາຍ​ການ​ດ່ຽວ ໄດ້​​ພົບກັນ​ອີກ​ຄັ້ງ​ໃໝ່​ໃນ​ການ​ແຂ່ງ​ຂັນ​ດອກ​ປີກ​ໄກ່​ໂອ​ເ​ພັນ​ມາ​ເລ​ເຊຍ ແລະ​ຫຼັງ​ແຂ່ງ​ຂັນ, ຜົນ​ປາ​ກົດ​ວ່າ: ທ້າວ ລິນ​ຕ່ານ ຊະ​ນະ ທ້າວ ລີ​ຈົງ​ເວີຍ ເຖິງວ່າ​ເຈົ້າ​ພາບ​ໄດ້​ປຽບ​ໃນ​ຖາ​ນະ​ເປັນ​ເຈົ້າສະ​ໜາມ​ກໍ​ຕາມ ແຕ່​ກໍ​ຊະ​ນະດ້ວຍ​ຄະ​ແນນ 2 ຕໍ່ 0 ໄດ້ ​ແຊ໊ມ​ຢູ່​ປະ​ເທດ​ດັ່ງ​ກ່າວ​ເປັນ​ຄັ້ງ​ທຳ​ອິດ.

    ເຖິງວ່າ​ໄດ້​ແຊ໊ມ​ໃນ​ການ​ແຂ່ງ​ຂັນ​ດອກ​ປີ​ກ​ໄກ່​ໂລກ 5 ເທື່ອ ແລະ​ເປັນ​ແຊ໊ມ​ໂອ​ລິມ​ປິກ​ສອງ​ເທື່ອ​ກໍ​ຕາມ, ແຕ່​ທ້າວ ລິນ​ຕ່ານ ກໍ​ບໍ່​ເຄີຍ​ໄດ້ແຊ໊ມ​ໃນ​ການ​ແຂ່ງ​ຂັນ​ດອກ​ປີກ​ໄກ່​ໂອ​ເພັນ​ມາ​ເລ​ເຊຍ​​ແມ່ນ​ແຕ່​ເທື່ອດຽວ ຂະ​ນະ​ທີ່​ເຄີຍ​ເຂົ້າຊີງ​ຊະ​ນະ​ເລີດ 3 ເທື່ອ ໂດຍ​ການ​ເສຍ​ໃຫ້​ທ້າວ ລີ​ຈົງ​ເວີຍ​ ໃນ​ປີ 2005 ແລະ​ປີ 2006 ແລະ​ເສຍ​ໃຫ້​ທ້າວ ເຊີນ​ລົງ ນັກ​ກິ​ລາ​ຈີນຊາດ​ດຽວ​ກັນ​ໃນ​ປີ 2015.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ