ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງເຊີນ​ຂະ​ແໜງ​ການ​ທະ​ນາ​ຄານເປັນ​ຄູ່ຮ່ວມ​ມື
2017-04-10 16:41:59  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ເວັບ​ໄຊ​ທາງ​ການ​ຂອງ​ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ໄດ້​ອອກ​ປະ​ກາດ​ໃນ​ວັນ​ທີ 10 ເມ​ສານີ້ ໂດຍ​ໄດ້​ແຈ້ງ​ການ​ເຊີນ​ທະ​ນາ​ຄານ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ​ທີ່ຕ້ອງ​ການສະ​ໜັບ​ສະ​ໜູນ​ງານ​ກິ​​ລາໂອ​ລິມ​ປິກ​ລະ​ດູ​ໜາວ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປີ 2022 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ເພື່ອ​ເປັນ​ຄູ່​ຮ່ວມ​ມື​. ທະ​ນາ​ຄານ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ​ທີ່​ໄດ້​ຮັບ​ຄຸນ​ວຸດ​ທິ​ອະ​ນຸ​ຍາດ​ດ້ານ​ການ​ທະ​ນ​າ​ຄານ​ຈາກ​ອົງ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຂະ​ແໜງ​ການ​ທະ​ນາ​ຄານ​ຈີນ​ຕາມ​ກົດ​ໝາຍນັ້ນ ລ້ວນ​ແຕ່​ສາ​ມາດ​ສະ​ເໜີການ​ສະ​ໜັບ​ສະ​ໜູນ​ໃຫ້​ຄະ​ນະ​ຈັດ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຢ່າງ​ເປັນ​ທາງ​ການ​ກ່ອນ 17 ໂມງ​ຂອງ​ວັນ​ທີ 14 ເມ​ສານີ້.

    ຂ່າວ​ແຈ້ງວ່າ, ນີ້​ແມ່ນ​ຄູ່​ຮ່ວມ​ມື​ທາງ​ການ​ແຫ່ງ​ທຳ​ອິດ​ທີ່​ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່​ງ​ຮ້ອງ​ຂໍ​ຢ່າງ​ເປີດ​ເຜີຍ​ແລະ​​ເປັນທາງ​ການ ຫຼັງ​ຈັດ​ງານ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ການ​ເລີ່ມ​ດຳ​ເນີນ​ແຜນ​ການ​ພັດ​ທະ​ນາ​ຕະຫຼາດ​ເມື່ອ​ວັນ​ທີ 27 ກຸມ​ພາ​ຜ່ານ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ