ຫ່ານ​ຟ້າ​ເຂົ້າ​ມາ​ອາ​ໄສ​ຢູ່ດິນ​ທາມເມືອງ​ຮາ​ປ່າ​ເຮີ​ເຂດ​ຊິນ​ຈ່ຽງ​ເປັນ​ຈຳນວນ​ຫຼາຍ
2017-04-11 15:42:08  cri 

ຫຼາຍ​ມື້​ຜ່ານ​ມາ, ຢູ່​ດິນ​ທາມ​ແຫ່ງ​ໜຶ່ງ​ຂອງ​ເມືອງ​ຮາ​ປ່າ​ເຮີ​ເຂດ​ອາ​ເລີ​​ໄທ​ເຂດ​ປົກຄອງ​ຕົນ​ເອງ​ອຸຍ​ເກີ​ຊິນ​ຈ່ຽງ ສປ ຈີນ ມີ​ຫ່ານ​ຟ້າ​ຝູງ​ໜຶ່ງ​ໄດ້​ມາ​ຫາ​ກິນ​ແລະ​ອາ​ໄສຢູ່​ແຫ່ງ​ນີ້ ຂະນະ​ທີ່​ດິນ​ທາມ​ເຄີ​ຈືຄາ​ຢິງ,ດິນ​ທາມ​ທູ​ລູຄູ​ເລີ, ດິນ​ທາມ​ເຄີ​ເຄີ​ໂຕ​ໄຮ​ແລະ​ເຂດ​ແຄວ້ນ​ອື່ນໆ​ຂອງ​ເມືອງ​ດັ່ງກ່າວລ້ວນ​ແຕ່ມີ​ຫ່ານ​ຟ້າ​ບິນອາ​ໄສ​ເຊັ່​ນກັນ. ຂ່າວ​ແຈ້ງວ່າ: ຫຼາຍ​ປີຜ່ານມາ, ​ເມືອງ​ຮາ​ປ່າ​ເຮີ​ໄດ້​ເພີ່ມ​ຄວາມ​ພະຍາຍາມ​ ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ແລະ​ສັດປ່າ ​ເຊິ່ງ​ເຮັດ​ໃຫ້​ສະພາບ​ແວດ​ລ້ອມ​ທຳ​ມະ​ຊາດ​ຂອງ​ເມືອງ​ດັ່ງກ່າວ​ໄດ້​ຮັບ​ການ​ປັບປຸງ​ ​ດີ​ຂຶ້ນ ອັນ​ໄດ້​ດຶງ​ດູດ​ນົກ​ບິນ​ເຂົ້າ​ມາ​ອາ​ໄສ​ຢູ່​ແຫ່ງ​ນີ້​ຢ່າງ​ຫຼວງ​ຫຼາຍ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ