ນັກ​ທ່ອງ​ທ່ຽວ​ສາກົນທ່ຽວ​ເມືອງ​ຊານ​ຢ້າ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ
2017-04-11 15:50:45  cri 
ອົງການ​ປົກຄອງ​ເມືອງ​ຊານ​ຢ້າ​ແຂວງ​ໄຫຫຼຳ ສປ ຈີນ​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ທີ 10 ​ເມສາ​ນີ້​ວ່າ: ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ​ເມືອງຂອງ​ຕົນໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ພັກ​ແຮມ​ເຖິງ 4.953.600 ​ເທື່ອ​ຄົນ, ​ໃນ​ນີ້,ນັກ​ທ່ອງ​ທ່ຽວ​ສາກົນ 150.700 ​ເທື່ອ​ຄົນ ​ເພີ່ມ​ຂຶ້ນ​​ເຖິງ50.62% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໂດຍຣັດ​ເຊຍ,ສ​ ​ເກົາຫຼີ​,​ໄຕ້​ຫວັນ​ແລະຮົງ​ກົງ​ຈີນ​ຄອງ​ອັນ​ດັບ​ແຕ່ 1 ຫາ 4 ​ໃນຕະຫຼາດ​ນັກ​ທ່ອງ​ທ່ຽວ​ສາກົນ, ​ໃນນີ້, ນັກ​ທ່ອງ​ທ່ຽວ​ຣັດ​ເ​ຊຍ​ເພີ່ມ​ຂຶ້ນ​ໄວ​ທີ່​ສຸດ​ຄື​ເພີ່ມ​ຂຶ້ນກວ່າ 7 ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ຂະນະ​ທີ່​ນັກ​ທ່ອງ​ທ່ຽວອາ​ເມ​ລິ​ກາ,ມາ​ເລ​ເຊຍ,ສິງກະ​ໂປ,​ເຢຍລະ​ມັນ​ແລະ​ປະ​ເທດ​ອື່ນໆ​ກໍ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ເຊັ່ນ​ກັນ.

ຈາກ​ສະພາບ​ແວດ​ລ້ອມ​ການທ່ອງທ່ຽວ​ທີ່​ດີ​ຈິ່ງ​ເຮັດ​ໃຫ້ເມືອງ​ຊານ​ຢ້າມີຊື່​ສຽງ​ໂດ່​ງດັງ​​ໃນ​ສາກົນຢ່າງ​ຕໍ່​ເນື່ອງ ​ເຊິ່ງ​ເຫັນ​ໄດ້​ຈາກ​ຕົ້ນ​ປີ​ນີ້​ໄດ້​ກາຍ​ເປັນເມືອງໜຶ່ງດຽວຂອງ​ຈີນ​ທີ່ຢູ່​ໃນ​ບັນຊີ​ລາຍ​ຊື່ 52 ​ເມືອງຍອດ​ນິຍົມ​ທ່ອງ​ທ່ຽວ​ໃນ​ໂລກ 2017 ​ຈາກ​ການຈັດ​ອັນ​ດັບ​ຂອງ​ໜັງສືພິມ The New York Times.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ