ປະທານາທິບໍດີ​ອີຣານປະນາມ​ອາ​ເມ​ລິ​ກາ​ທີ່​ໂຈມ​ຕີ​ຊີຣີທາງ​ການ​ທະຫານ
2017-04-11 16:05:20  cri 
ວັນ​ທີ 10 ​ເມສາ​ນີ້, ທ່ານ​ຮາ​ຊັນ ຣູຮາ​ນີ ປະທານາທິບໍດີ​ອີຣານ​ໄດ້​ປະນາມ​ອາ​ເມ​ລິ​ກາ​ທີ່​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ໃສ່​ຊີຣີ ​ໂດຍ​ເຫັນ​ວ່າ ການ​ກະທຳ​ດັ່ງກ່າວ​ເປັນ​ການ​ສະໜັບສະໜູນພວກ​ກໍ່​ການ​ຮ້າຍ​​ໃຫ້ສືບ​ຕໍ່​ສ້າງ​ຄວາມ​ຫາ​ຍະ​ນະຢູ່​ຊີຣີ.

ທ່ານຣູຮາ​ນີຢືນຢັນ​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ເຕ​ເຮຣານ​ໃນ​ວັນ​ທີ 10 ​ເມສາ​ນີ້​ວ່າ: ການ​ທີ່​ອາ​ເມ​ລິ​ກາ​ໂຈມ​ຕີຊີຣີທາງ​ການ​ທະຫານ​ນັ້ນ​​ເປັນ​ການ​ຝ່າຝືນ ​ກົດໝາຍ​ລະຫວ່າງ​ຊາດ ​ແລະ​ການ​ໂຈມ​ຕີ​ເທື່ອ​ນີ້​ບໍ່​ພຽງ​ແຕ່​ໄດ້​ສົ່ງ​ຜົນ​ກະທົບ​ໃຫ້​ແກ່​ການ​ເຈລະຈາ​ສັນຕິພາບ​ຂອງ​ຊີຣີ​ເທົ່າ​ນັ້ນ ຫາກຍັງ​ຈະ​ເຮັດ​ໃຫ້​ກຸ່ມ​ກໍ່​ການ​ຮ້າຍ​ມີ​ໂອກາດ​ຟື້ນ​ແລະ​ເຕີບ​ໃຫຍ່​ຂະຫຍາຍຕົວ​ອີກ​ດ້ວຍ.

ທ່ານຣູຮາ​ນີກ່າວ​ຢ້ຳວ່າ: ມີ​ແຕ່​ໃຊ້​ວິທີ​ທາງ​ການ​ເມືອງ​ເທົ່າ​ນັ້ນ​ຈິ່ງ​ຈະ​ສາມາດ​ແກ້​ໄຂ​ວິ​ກິດ​ການ​ຊີຣີ​​ໄດ້, ຊະ​ຕາ​ກຳ​ຂອງ​ຊີຣີຄວນ​ໃຫ້​ປະຊາຊົນ​ຊີຣີຕັດສິນ​ດ້ວຍ​ຕົນ​ເອງ ​ແລະ​ປະ​ເທດ​ໃດໆ​ກໍ​ບໍ່​ຄວນ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຊີຣີ.

ທັງ​ນີ້​ໃນຕອນ​ຮຸ່ງ​ເຊົ້າ​ວັນ​ທີ 7 ​ເມສາ​ນີ້​ ຕາມ​ເວລາ​ທ້ອງ​ຖິ່ນ, ອາ​ເມ​ລິ​ກາ​ໄດ້ໂຈມ​ຕີ​ໂດຍ​ຍິງລູກ​ສອນ​ໄຟ​ຄຣູສ(Cruise Missile) 50 ກວ່າ​ລູກ​ໃສ່​ຖານ​ທັບ​ອາກາດ​ແຫ່ງ​ໜຶ່ງ​ຂອງຊີຣີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ