ກອງ​ປະຊຸມ​ຄະນະ​ກຳມະການ​ປະສົມ​ການ​ຮ່ວມ​ມື​ຈີນ-ອາ​ຊຽນຄັ້ງ​ທີ 18 ຈັດ​ຂຶ້ນ​ຢູ່​ຈາກ​າຕາ
2017-04-11 17:42:18  cri 

ກອງ​ປະຊຸມ​ຄະນະ​ກຳມະການ​ປະສົມ​ການ​ຮ່ວມ​ມື​ຈີນ-ອາ​ຊຽນ(ACJCC)ຄັ້ງ​ທີ 18 ​ໄດ້​​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ 10 ​ເມສາ​ນີ້​ໂດຍ​ຜູ້ຕາງໜ້າ​ຖາວອນ​ຂອງ10 ປະ​ເທດ​ສະມາຊິກ​ອາ​ຊຽນ,​ເຈົ້າ​ໜ້າ​ທີ່​ອາວຸ​ໂສກ​ອງ​ເລຂາ​ອາ​ຊຽນພ້ອມ​ດ້ວຍ​ຜູ້ຕາງໜ້າ​ຈາກ​ກະຊວງ​ການ​ຕ່າງປະ​ເທດ​ແລະ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ເຂົ້າ​ຮ່ວມ.

ທ່ານ​ສີ​ປູ້ ​ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ຊຽນ ​ແລະ​ທ່ານ​ຕັນ​ຮັນ​ເຊັງ ຜູ້​ຕາງໜ້າ​ຖາວອນ​ສິງກະ​ໂປ​ປະຈຳ​ອາ​ຊຽນ ​ເຊິ່ງ​ເປັນ​ປະ​ເທດ​ປະສານ​ງານ​ສາຍ​ພົວພັນ​ຈີນ-ອາ​ຊຽນ​ໄດ້​ເປັນ​ປະທານ​ຂອງ​ກອງ​ປະຊຸມຮ່ວມ​ໂດຍ ​ຈີນ​ແລະ​ ​ອາ​ຊຽນຕ່າງ​ກໍ​ໄດ້​ແຈ້ງ​ໃຫ້​ກັນຊາບ​ກ່ຽວ​ກັບສະພາບ​ການ​ພັດທະນາ​ຂອງ​ໃຜລາວ ​ແລະ​ໄດ້​ທົບ​ທວນຄືນ​ການ​ຂະຫຍາຍຕົວ​ຂອງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ-ອາ​ຊຽນພ້ອມ​ດ້ວຍ​ຜົນສຳ​ເລັດ​ ​ທີ່ຍາດ​ມາ​ໄດ້​ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ດຳ​ເນີນ​ງານ​ຈີນ-ອາ​ຊຽນ 2016-2020 ທັງ​ໄດ້​ລົ​ງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-ອາ​ຊຽນຄັ້ງ​ທີ 19 ​ແລະ​ກອງ​ປະຊຸມ​ລະນຶກ​ຈີນ-ອາ​ຊຽນສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ເຈລະຈາ​ຄົບຮອບ 25 ປີ, ປີ​ຮ່ວມ​ມື​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ,ການ​ຮ່ວມ​ມື​​ເພື່ອ​ການ​ເຊື່ອມ​ຈອດ​ກັນ​ລະຫວ່າງ​ຈີນ-ອາ​ຊຽນ​ແລະ​ບັນຫາ​ອື່ນໆ​ອີກ.

​​ໃນ​ກອງ​ປະຊຸມ​ດັ່ງກ່າວ, ​ຜູ້ຕາງ​ຖາວອນ​ຂອງບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນລ້ວນ​ແຕ່​ໄດ້ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດ​ທີ່​ອາ​ຊຽນ-ຈີນ​ຍາດ​ມາ​ໄດ້​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ແລະ​ຫວັງ​ວ່າຈາກຄວາມ​ພະຍາຍາມ​ຮ່ວມ​ຂອງ​ສອງ​ຝ່າຍ, ການ​ຮ່ວມ​ມື​ຕົວ​ຈິງລະຫວ່າງ​ອາ​ຊຽນ-ຈີນ​ຈະ​ກ້າວ​ຂຶ້ນ​ສູ່​ລະດັບ​ສູງ​ກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ