ເລີ່​ມນຳ​ໃຊ້ທໍ່​ສົ່ງ​ນ້ຳມັນ​ດິບ​ຈີນ-ມຽນມາ
2017-04-11 16:56:38  cri 

ບໍລິສັດ​ທໍ່​ສົ່ງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ຈຳກັດ​ຂອງ​ກຸ່ມ​ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ຈີນ​ລາຍ​ງານວ່າ: ຕອນ​ຄ່ຳ​ວັນ​ທີ 10 ​ເມສາ​ນີ້, ​ໂຄງການ​​ທໍ່​ສົ່ງ​ນ້ຳມັນ​ດິບ​ຈີນ​-ມຽນມາ​ໄດ້​ເລີ່​ມນຳ​ໃຊ້​ຢ່າງ​ເປັນ​ທາງ​ການ ​ໂດຍ​ໂຄງການ​ດັ່ງກ່າວ​ກາຍ​ເປັນ​ຂີດ​ໝາຍ​ແຫ່ງການ​ຮ່ວມ​ມື​ດ້ານ​ພະລັງງານ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ເຂົ້າ​ສູ່​ໄລຍະ​ໃໝ່​ແລະເປັນ​ຂີດ​ໝາຍ​ທີ່​ສຳຄັນ​ຂອງ "​ແລວ​ເສດຖະກິດ​ບັງ​ກລາ​ເດັດ-ຈີນ-ອິນ​ເດຍ-ມຽນມາ" ​ແລະ ການ​ກໍ່ສ້າງ​ພື້ນຖານ​​ໂຄງ​ລ່າງ​ເພື່ອ​ເຊື່ອມ​ຈອດ​ຈີນ​ແລະ​ປະ​ເທດ​ອາ​ຊຽນ.


​​ໂຄງການ​ດັ່ງກ່າວ​​​ເປັນ​ການ​ຮ່ວມທຶນ​ລະຫວ່າງ​ກຸ່ມ​ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ ແລະ​ອາຍ​ແກັສທຳ​ມະ​ຊາດ​ຈີນ ​ ​ແລະ ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັສທຳ​ມະ​ຊາດ​​ມຽນມາ​ ​ເຊິ່ງຈຸດ​ເລີ່​ມຕົ້ນ​ຕັ້ງ​ຢູ່​ເກາະ​ມາ​ໄດ​ແຄມ​ຝັ່ງ​ທະ​ເລ​ຕາ​ເວັນ​ຕົກ​ຂອງ​ມຽນມາ ​​ໂດຍມີ​ຄວາມ​ຍາວ​ເຖິງ 771 ກິ​ໂລ​ແມັດ, ສະຖານີ 5 ​ແຫ່ງ ​ແລະ ຄາດ​ວ່າປະລິມານ​ການ​ສົ່ງ​ນ້ຳມັນ​ເຊື້ອ​ໄຟ​ແລະ​ອາຍ​​ແກັສທຳ​ມະ​ຊາດ​​ຈະບັນລຸ​ເຖິງ 22 ລ້ານ​ໂຕນ​ຕໍ່ປີ. ພ້ອມ​ນີ້​ກໍຈະ​ສ້າງ​ທ່າ​ກຳ​ປັ່ນ​ນ້ຳມັນ​ດິບທີ່​ຮອງ​ຮັບ​ໄດ້ 3 ​ແສນ​ໂຕນໜຶ່ງ​ແຫ່ງ. ຫຼັງ​ຈາກ​ສຳ​ເລັດ​ການ​ກໍ່ສ້າງ​ທໍ່​ສົ່ງ​ດັ່ງກ່າວ​ແລ້ວ, ​ແຕ່ລະ​ປີ​ຈະ​ສາມາດ​ຂົນ​ສົ່ງ​ນ້ຳມັນ​ດິບ 2 ​ລ້ານ​ໂຕນ​ໃຫ້​ແກ່​ມຽນມາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ