ມາເລ​ເຊຍ​ກວດ​ພົບນໍ​​ແຮດ 51 ກິ​ໂລ
2017-04-11 17:38:24  cri 
​ເຈົ້າ​ໜ້າ​ທີ່​ດ່ານ​ພາສີ​ມາ​ເລ​ເຊຍ​​​ໄດ້​ຖະ​ແຫຼ​ງຂ່າວ​ໃນ​ວັນ​ທີ 10 ​ເມສາ​ນີ້, ​ໂດຍປະກາດ​ວ່າ​ໄດ້ກວດ​ພົບນໍ​ແຮດ 18 ນໍ​ໜັກ 51 ກິ​ໂລ​​ແລະ​ມີ​ມູນ​ຄ່າ​ຫຼາຍ​ກວ່າ 3 ລ້ານ​ໂດ​ລາ​ສະຫະລັດ. ຂ່າວ​ແຈ້ງວ່າ, ນີ້​ແມ່ນ​ຄະດີ​ຂາຍນໍ​ແຮດ​ເຖື່ອນ​ຂະໜາດ​ໃຫຍ່​ທີ່​ສຸດ​​ໃນ​ປະຫວັດສາດ​ທີ່​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ມາ​ເລ​ເຊຍ​ມ້າງ​ໄດ້, ​ແນວ​ໃດ​ກໍ​ດີ​ມາ​ຮອດ​ປັດຈຸບັນ​ຍັງ​ບໍ່​ສາມາດ​ຈັບ​ຜູ້​ກະທຳ​ພິດ​ໃນ​ຄະດີ​ດັ່ງກ່າວ.

ປັດຈຸບັນ​ທົ່ວ​ໂລກ​ມີ​ແຮດ​ປ່າ​ປະມານ 3 ໝື່ນ​ໂຕ, ຂະນະ​ທີ່ 100 ປີ​ກ່ອນ​ມີຫຼາຍ​ກວ່າ 5 ​ແສນ​ໂຕ. ປັດຈຸບັນ​ແຮດ 5 ຊະນິດ​ທີ່​ມີ​ໃນ​ໂລກ​ລ້ວນ​ແຕ່​ຖືກ​ຈັດ​ເຂົ້າ​ໃນ​ປະ​ເພດ​ສັດປ່າໃກ້​ຈະ​ສູນພັນ. ​ຂະນະ​ທີ່ເຄື່ອງ​ປະດັບ​ແລະ​ມູນ​ຄ່າ​ການ​ແພດຈາກ​ນໍ​ແຮດ​ຄື​ສາ​ເຫດ​ຕົ້ນ​ຕໍ​ທີ່​ເຮັດ​ໃຫ້ແຮດ​ຖືກ​ລ່າ​ແລະສົ່ງ​ຜົນ​ເຮັດ​ໃຫ້​ແຮດ​ຫຼຸດ​ລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ