ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ກັບ​ແຫຼມ​ເກົາຫຼີ​ຈົ່ງ​ຮັກສາ​ຄວາມ​ອົດກັ້ນ
2017-04-11 14:23:42  cri 
ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ​ເມສາ​ນີ້, ມີ​ນັກ​ຂ່າວ​ຖາມ​ວ່າ, ສປປ​ ​ເກົາຫຼີ​ອາດ​ຈະ​ທົດ​ລອງ​ນິວ​ເຄຼຍຄັ້ງ​ທີ 6, ຂະນະ​ດຽວ​ກັນ, ກອງ​ກຳ​ປັ່ນ​ບັນທຸກ​ເຮືອບິນ​ຂອງ​ອາ​ເມ​ລິ​ກາ​ກໍ​ໄດ້​​ເຂົ້າ​ໃກ້ເຂດ​ທະ​ເລ​ທີ່​ໃກ້​ກັບ ສ.​ເກົາຫຼີ ​ເຮັດ​ໃຫ້​ສ​ະຖານະ​ການ​ແຫຼມ​ເກົາຫຼີ​ເຄັ່ງ​ຕຶງຂຶ້ນ, ຈີນ​ຄິດ​ແນວ​ໃດ​ຕໍ່​ເລື່ອງ​ນີ້?

ທ່ານ​ນາງ​ຮວາ​ຊຸນ​ຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ໄດ້​ຕິດຕາມ​ສະຖານະ​ການ​ແຫຼມ​ເກົາຫຼີ​ມາ​ໂດຍ​ຕະຫຼອດ ​ແລະພາຍ​ໃຕ້​ສະຖານະ​ການ​ດັ່ງກ່າວ, ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ລ້ວນ​ແຕ່​ຄວນ​ຮັກສາ​ຄວາມ​ອົດກັ້ນໄວ້, ຢ່າ ​ກະທຳ​ສິ່ງ​ໃດ​ໜຶ່ງທີ່​ຈະ​ເຮັດ​ໃຫ້​ສະຖານະ​ການ​ພາກ​ພື້ນ​ເຄັ່ງ​ຕຶງ​ຂຶ້ນ. ຂະນະ​ດຽວ​ກັນ​ກໍໄດ້​ສະ​ເໜີ​ແນວ​ຄິດ "ສອງ​ຊ່ອງ​ທາງໄປ​ພ້ອມ​ກັນ" ​ແລະ​ຂໍ້​ສະ​ເໜີ​ "ສອງ​ຝ່າຍ​ລ້ວນ​ແຕ່​ຢຸດ​ການ​ກະທຳ​ທີ່​ກ່ຽວຂ້ອງ" ​ເພື່ອ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ ​ເຊິ່ງ​ເປັນ​ຂໍ້​ສະ​ເໜີ​ທີ່​ສົມ​ເຫດ​ສົມ​ຜົນ, ພາວະ​ວິ​ໄສ ​ແລະ​​ເປັນ​ທຳ, ​ແນວ​ໃດ​ກໍ​ດີ ຂໍ​ໃຫ້​ບັນດາ​ຝ່າຍຈົ່ງ​ພິຈາລະນາ​ຢ່າງ​ຈິງ​ຈັງ ​ແລະ​​ຕອບ​ຮັບ​ຢ່າງ​ສ້າງສັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ