ນັກ​ສຶກສາ​ພາກວິຊາ​ພາສາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ຮັບ​ຄວາມ​ນິຍົມຈາກະຫຼາດ​ແຮງ​ງານ​ຫຼາຍ
2017-04-11 14:38:47  cri 
ຕາມ​ຂ່າວສານ​ຈີນ: ​ເຈົ້າ​ໜ້າ​ທີ່ພະ​ແນ​ກສຶກສາ​ທິການ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງ​ຊີ​ເປີດ​ເຜີຍ​ວ່າ, ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ເຂົ້າ​ສູ່​ລວງ​ເລິກ, ຈີນ​ແລະ​ບັນດາ​ປະ​ເທດ​​ໃນອາ​ຊຽນກໍ​ຮຽກຮ້ອງ​ຕ້ອງ​ໃຫ້​ມີ​ຜູ້ທີ່​ຮູ້​ພາສາ​ຂອງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ​ແລະ​ຈາກ​ເປົ້າ​ມາຍ​ດັ່ງກ່າວ, ​ໂຮງຮຽນ​ຊັ້ນ​ສູງ​ລະດັບ​ປະລິນຍາ​ຕີ​ກໍໄດ້​ເປີດ​ພາກ​ວິຊາ​ຮຽນ​ 7 ພາສາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ເຊັ່ນ: ພາສາ​ລາວ, ​ຫວຽດນາມ, ​ໄທ ​ແລະ​ອື່ນໆ ​ໂດຍ​ປີຜ່ານມາ ນັກ​ສຶກສາ​​ໄດ້​ຮຽນ​ຈົບ​ຂະ​ແໜງ​ວິຊາ​ເຫຼົ່າ​ນີ້​ 95%ຂຶ້ນ​ໄປ​​ໄດ້​ມີ​ວຽກ​ເຮັດ​ງານ​ທຳ.

ທ່ານ​ສິນ​ຊິ້ວຫົງ ຮອງ​ຫົວໜ້າ​ຄະນະພາສາ​ແລະ​ວັດທະນະທຳ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ມະຫາວິທະຍາ​ໄລ​ຊົນ​ເຜົ່າ​ກວາງຊີ​ກ່າວ​ວ່າ, ປັດຈຸບັນ, ມະຫາວິທະຍາ​ໄລຂອງ​ຕົນ​ໄດ້​ບັນຈຸ​ຫຼາຍພາກ​ວິຊາ​ຮຽນ​ພາສາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ​ມີ​ຂະໜາດ​ໃຫຍ່​ຂຶ້ນ​ເລື້ອຍໆ. ຂະນະ​ທີ່ປີ 2016, ນອກຈາກ​ຮຽນ​ຕໍ່​ປະລິນຍາ​ໂທ​ແລ້ວ, ນັກ​ສຶກສາ​ທີ່​ຮຽນ​ຈົບ​ຈາກ​ຂະ​ແໜງ​ວິຊາ​ເຫຼົ່າ​ນີ້​​ເກືອບ 70% ​ໄດ້ໄປ​ເຮັດ​ວຽກ​ນຳ​ບໍລິສັດ​ຂ້າມ​ຊາດ​ຂອງ​ຈີນ, ​ບັນດາ​ປະ​ເທດອາ​ຊຽນ ​ແລະ​ໄດ້​ຮັບ​ເງິນ​ເດືອນ​ດີ​ສົມຄວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ