​ເລີ່​ມພິມ​ຈຳໜ່າຍ​ປຶ້ມ "ຄຳ​ເຫັນ​ຂອງ​ທ່ານທ່ານ​ສີ​ຈິ້ນ​ຜິ​ງກ່ຽວ​ກັບ​ການ​​ປົກຄອງ​ປະ​ເທດ​ແລະ​ຄຸ້ມ​ຄອງ​ລັດ" ສະບັບ​ພາສາ​ກຳປູ​ເຈຍ
2017-04-11 15:23:29  cri 
ຕາມ​ຂ່າວສານ​ຈີນ: "ຄວາມ​ເຫັນ​ຂອງທ່ານ​ສີ​ຈິ້ນ​ຜິ​ງກ່ຽວ​ກັບ​ການ​ປົກຄອງ​ປະ​ເທດ​ແລະ​ຄຸ້ມ​ຄອງ​ລັດ" ສະບັບ​ພາສາ​ກຳປູ​ເຈຍ​ໄດ້​ຈັດ​ພິທີ​ເລີ່​ມພິມ​ຈຳໜ່າຍ​ຢູ່​ສຳນັກງານນາຍົກລັດຖະມົນຕີກຳປູ​ເຈຍ​ໃນ​ວັນ​ທີ 11 ​ເມສາ​ນີ້.

ທ່ານ​ຮຸນ​ເຊັນ ນາຍົກລັດຖະມົນຕີກຳປູ​ເຈຍ​ກ່າວ​ໃນ​ພິທີ​ວ່າ, ປຶ້ມ"ຄວາມ​ເຫັນ​ຂອງທ່ານ​ສີ​ຈິ້ນ​ຜິ​ງກ່ຽວ​ກັບ​ການ​ປົກຄອງ​ປະ​ເທດ​ແລະ​ການ​ຄຸ້ມ​ຄອງ​ລັດ" ​ໄດ້ລວບ​ລວມຄວາມ​ເຫັນ​ສຳຄັນ​ຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ໃນ​ການ​ປົກຄອງ​ປະ​ເທດ​ແລະ​ການ​ຄຸ້ມ​ຄອງ​ລັດ ​ເຊິ່ງສາມາດ​ເວົ້າ​ໄດ້​ວ່າ​ເປັນປຶ້ມ​ທີ່​ມີ​ເນື້ອ​ໃນຢ່າງ​ລ້ຳ​ຄ່າ​ໃນ​ການ​ສ້າງ​ສັງຄົມ​ນິຍົມ​​ຈີນ. ຂະນະ​ດຽວ​ກັນ, ນອກຈາກຜູ້​ອ່ານ​ສາມາດ​ຊອກ​ຮູ້​ສະພາບ​ການ​ພັດທະນາ​ທາງ​ເສດຖະກິດ​ສັງຄົມ​ຂອງ​ຈີນ​ໃນ​ປຶ້ມ​ຫົວ​ນີ້, ຍັງ​ສາມາດ​ເຂົ້າ​ໃຈ​ເຖິງຄວາມ​ໝາຍ​ທີ່ແທ້​ຈິງ​ຂອງ​ຄວາມ​ໃຝ່​ຝັນຂອງ​ຈີນ ​ແລະ ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໄດ້​ດີກ​ວ່າ​ເກົ່າ.

​ໃນ​ພິທີດັ່ງກ່າວ, ທ່ານ​ຈຽງ​ຈ້ຽນກົວ ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຫົວໜ້າ​ຫ້ອງການ​ຖະ​ແຫຼ​ງຂ່າວ​ຄະນະ​ລັດຖະບານ​ຈີນ​ໄດ້​ມອບ​ປຶ້ມ​ຫົວ​ນີ້​ໃຫ້​ທ່ານ​ຮຸນ​ເຊັນ ​ແລະ​ແຂກທີ່ມີ​ກຽດທີ່​ເຂົ້າ​ຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ