ປະມຸກ​ລັດຈີນ​ແລະ​ມຽນມາ​​ເຫັນ​ດີ​ຊຸກຍູ້​ໃຫ້ກາ​ນພົວພັນ​ສອງ​ປະ​ເທດ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​ແລະ​ໜັກ​ແໜ້ນ
2017-04-11 17:41:56  cri 

ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ທິນຈໍ ປະທານາທິບໍດີ​ມຽນມາ​ຢູ່​ຫໍ​ສະພາ​ປະຊາຊົນແຫ່ງ​ຊາດ​ຈີນ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 10 ​ເມສາ​ນີ້ ​ໂດຍປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ເປັນ​ເອກະ​ພາບ​ກັນ​ເຫັນ​ດີ​ຍຶດໝັ້ນ​ແນວທາງ​ການຮ່ວມ​ມື​ທີ່​ເຄົາລົບ​ເຊິ່ງກັນ​ແລະ​ກັນ ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຊຸກຍູ້​​ການ​ພົວພັນ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​ແລະ​ໜັກ​ແໜ້ນ, ຕັ້ງ​ໜ້າ​ຊຸກຍູ້​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເພື່ອ​ນຳ​ເອົາ​ຄວາມ​ຜາ​ສຸກ​ມາ​ໃຫ້​ປະຊາຊົນ​ສອງ​ຊາດ; ຮັດ​ແໜ້ນ​ການ​ປະສານ​ງານ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາກົນ, ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ​ເພື່ອນ​ມິດ​ທີ່ີດີ, ອ້າຍນ້ອງທີ່​ດີ ​ແລະ​ໝູ່ຄູ່​ທີ່​ດີ​ຕະຫຼອດ​​ໄປ.


ປະມຸກ​ລັດ​ສອງ​ປະ​ເທດ​ຍັງ​ໄດ້​ຮ່ວມ​ກັນ​ເປັນ​ສັກຂີ​ພິຍານ​​ໃນການ​ລົງ​ນາມ​ການຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ເສດຖະກິດ​ເຕັກນິກ, ສາທາລະນະ​ສຸກ, ກິລາ, ຄົມມະນາຄົມ, ຂະ​ແໜງ​ການ​ປ່າ​ໄມ້, ວັດຖຸບູຮານ ​ແລະ​ອື່ນໆ.

ນອກ​ນີ້​ຍັງ​ໄດ້​ເຜີຍ​ແຜ່ "ຖະ​ແຫຼ​ງການຮ່ວມ​ລະຫວ່າງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ແລະ​ສະຫະພາບ​ມຽນມາ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ