ຣັດ​ເຊຍ​ຂໍ​ໃຫ້​ສານ​ໂລກສືບສວນ​ເຫດການ​ອາວຸດ​ເຄມີ​ຢູ່​ຊີຣີຢ່າງ​ລະອຽດ
2017-04-12 15:36:01  cri 
ທ່ານ​ວຣາດີ​ເມຍ ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ກ່າວ​​ໃນ​ວັນ​ທີ 11 ​ເມສາ​ນີ້​ວ່າ: ອາ​ເມ​ລິ​ກາ​ ​ພ້ອມ​ຈະ​ກໍ່​ເຫດ​ອີກ​ຄັ້ງ​ໃໝ່​ຢູ່​ຊານ​ເມືອງທາງ​ພາກ​ໃຕ້​ນະຄອນຫຼວງ​ດາ​ມັສ ປະ​ເທດ​ຊີຣີ​ເພື່ອ​ທ້າ​ທາຍຣັດ​ເຊຍ​ແລະຈາກ​ນີ້, ປະ​ເທດ​ຕົນ​ຈະ​ຍື່ນ​ຄຳ​ຮ້ອງ​ຂໍ​ໃຫ້​ສານ​​ໂລກ​ຂອງ​ອົງການ​ສະ​ຫະປະຊາ​ຊາດ​ເພື່ອ​ສືບສວນ​ເຫດການ​ອາວຸດ​ເຄມີ​ຢູ່​ຊີຣີຢ່າງລະອຽດ.

ທ່ານ​ປູ​ຕິນກ່າວ​ວ່າ, ຣັດ​ເຊຍ​ພ້ອມລໍ​ຖ້າ​ດ້ວຍ​ຄວາມ​ອົດທົນ ​ແລະ​ຫວັງ​ວ່າ​ສາຍ​ພົວພັນກັບອາ​ເມ​ລິ​ກາ​ຈະ​​ເປັນ​ໄປ​ທາງ​ບວກ​ໃນ​ຕໍ່ໜ້າ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼ​ງ​ການ​ໃນ​ວັນ​ທີ 6 ​ເມສາ​ນີ້​ວ່າ: ກອງທັບ​ປະ​ເທດ​ຕົນໄດ້​ຍິງ​ລູກ​ສອນ​ໄຟ​ຫຼາຍ​ສິບ​ລູກ​ໃສ່​ສະໜາມ​ບິນ​ທະຫານ​ແຫ່ງ​ໜຶ່ງ​ຂອງ​ຊີຣີ​ໃນ​ຄືນ​ວັນ​ທີ 6​ ເມສາ​ນີ້​ເພື່ອ​ຕອບ​ໂຕ້​ເຫດການ​ໂຈມ​ຕີດ້ວຍ​ອາວຸດ​ເຄມີ​ທີ່​ເກີດ​ຂຶ້ນ​ຢູ່​ຊີຣີກ່ອນ​ໜ້າ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ