ກຳລັງ​ແຂ່ງຂັນ​ການທ່ອງທ່ຽວ​ຂອງ​ຈີນ​ຂຶ້ນ​ມາ​ຕິດອັນ​ດັບ​ທີ 15
2017-04-12 16:01:25  cri 
ຫວ່າງ​ມໍ່ໆ​ມາ​ນີ້, ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ໄດ້​​ເຜີຍ​ແຜ່ "ບົດ​ລາຍ​ງານ​ກຳລັງ​ແຂ່ງຂັນການທ່ອງທ່ຽວ​ປີ 2017" ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ຫຼັງ​ການ​ປະ​ເມີນ​ຜົນ​ນີ້ ຈີນຢູ່​ອັນ​ດັບ​ທີ 15 ​ເຊິ່ງ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ສອງ​ອັນ​ດັບ. ຂະນະ​ທີ່ຊັບພະຍາກອນ​​ວັດທະນະທຳ​​ຂອງ​ຈີນ​ຂຶ້ນ​ມາຢູ່​ອັນ​ດັບ​ໜຶ່ງ ​ແລະ​ຊັບພະຍາກອນ​ທຳ​ມະ​ຊາດຢູ່​ອັນ​ດັບ​ທີ 5 . ​ໄປ​ພ້ອມກັບ​ການ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ພັດທະນາ​ຂະ​ແໜງ​ການທ່ອງທ່ຽວ​​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຈຶ່ງ​ເຮັດ​ໃຫ້ຂະ​ແໜງ​ການນີ້ໄດ້​ຮັບ​ການ​ຍົກ​ປະສິດທິພາບສູງ​ຂຶ້ນ​ຫຼາຍ​ດ້ານ​ເຊັ່ນ: ລະດັບ​ການ​ເປີດ​ປະຕູສູ່ສາກົນ, ​ຂໍ້​ມູນ​ຂ່າວ​ສານ, ລະດັບ​ພື້ນຖານ​ໂຄງ​ລ່າງ​ ​ແລະ​ລະດັບ​ການ​ບໍລິການ​ການທ່ອງທ່ຽວ​ເປັນ​ຕົ້ນ.

ການ​ປະ​ເມີນ​ຜົນກຳລັງ​ແຂ່ງຂັນ​ໃນ​ຂະ​ແໜງ​ການທ່ອງທ່ຽວ​ຂອງ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ໄດ້​ເລີ່​ມ​ຕົ້ນ​ແຕ່​ປີ 2017 ​ໂດຍ​ເນັ້ນ 14 ​ໂຄງການ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ​ແລະ​ຈັດ​ຕັ້ງ​ການ​ປະ​ເມີນ​ຜົນ​ປີ​ລະ​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ